ປາແລັດສະຕິນ ສະເໜີໃຫ້ ສປຊ ສະໜອງກົດລະບຽບສະມາຊິກທາງການໃນເດືອນໜ້າ

(VOVWORLD) - ຈະສົ່ງໃບຄຳຮ້ອງຕໍ່ ສະພາຄວາມໝັ້ນຄົງ ສປຊ ເພື່ອສະເໜີຍົກລະດັບກົດລະບຽບກ່ຽວກັບປະເທດສັງເກດການໃນປະຈຸບັນຂອງ ປາແລດສະຕິນ...

ປາແລັດສະຕິນ ສະເໜີໃຫ້ ສປຊ ສະໜອງກົດລະບຽບສະມາຊິກທາງການໃນເດືອນໜ້າ - ảnh 1

 ທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad al – Malki

(ພາບ:ສຳນັກຂ່າວສານຊິນຮວາ/TTXVN )

ວັນທີ 26 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad al – Malki ໄດ້ປະກາດວ່າ ປາແລັດສະຕິນ ຈະສົ່ງໃບສະເໜີການສະໜອງກົດລະບຽບກ່ຽວກັບເລື່ອງເປັນສະມາຊິກສົມບູນຂອງ ສປຊ ໃນເດືອນ ມັງກອນ 2019 ຈະມາເຖິງ. ກ່າວຄຳເຫັນໃນຄື້ນວິທະຍຸ ປາແລັດສະຕິນ (VOP), ທ່ານລັດຖະມົນຕີການຕ່າງປະເທດ al – Malki ໃຫ້ຮູ້ວ່າ: ຈະສົ່ງໃບຄຳຮ້ອງຕໍ່ ສະພາຄວາມໝັ້ນຄົງ ສປຊ ເພື່ອສະເໜີຍົກລະດັບກົດລະບຽບກ່ຽວກັບປະເທດສັງເກດການໃນປະຈຸບັນຂອງ ປາແລດສະຕິນ ຂຶ້ນເປັນກົດລະບຽບສະມາຊິກທາງການຂອງ ສປຊ ເມື່ອທ່ານໄປຍັງ ນິວຢອກ, ປະເທດອາເມລິກາ ໃນເດືອນໜ້າ, ຖືກຕາມຄຳສັ່ງຂອງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas. ເພື່ອໄດ້ຮັບການຮັບຮອງເອົາ, ປາແລັດສະຕິນ ຕ້ອງໄດ້ຮັບການສະໜັບສະໜູນຢ່າງໜ້ອຍສຸດແມ່ນ 9 ໃນຈຳນວນ 15 ປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ. ປາແລັດສະຕິນ ໄດ້ຮັບຮອງວ່າແມ່ນປະເທດສັງເກດການຂອງ ສປຊ ນັບແຕ່ປີ 2012 ເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ