ປາແລັດສະຕິນ ເນັ້ນໜັກບົດບາດຂອງ ລັດເຊຍ ໃນການແກ້ໄຂການປະທະກັນລະຫວ່າງ ປາແລັດສະຕິນ - ອິດສະລາແອັນ

(VOVWORLD) - ວັນທີ 11 ພຶດສະພາ ຢູ່ນະຄອນ Sochi ປະເທດ ລັດເຊຍ, ໄດ້ດຳເນີນການພົບປະເຈລະຈາລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ປາແລັດສະຕິນ ທ່ານ Mahmoub Abbas
ປາແລັດສະຕິນ ເນັ້ນໜັກບົດບາດຂອງ ລັດເຊຍ ໃນການແກ້ໄຂການປະທະກັນລະຫວ່າງ ປາແລັດສະຕິນ - ອິດສະລາແອັນ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ປາແລັດສະຕິນ ທ່ານ Mahmoub Abbas (ພາບ: AFP)

ການພົວພັນ 2 ຝ່າຍກໍ່ຄືບັນດາຄວາມມານະພະຍາຍາມແກ້ໄຂການປະທະກັນທີ່ແກ່ຍາວມາເປັນເວລາຫລາຍປີ ລະຫວ່າງ ປາແລັດສະຕິນ ແລະ ອິດສະລາແອັນ ແມ່ນເນື້ອໃນຕົ້ນຕໍຂອງການພົບປະເຈລະຈາ. ກ່ຽວກັບການພົວພັນ 2 ຝ່າຍ ລັດເຊຍ - ປາແລັດສະຕິນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນັ້ນໜັກວ່າ: ນີ້ແມ່ນການພົວພັນທີ່ມີຄວາມໝາຍສຳຄັນພິເສດ ເພາະວ່າມັນໄດ້ຜ່ານຜ່າໄລຍະຍາວ ບົນພື້ນຖານຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ທີ່ການພົບປະເຈລະຈາ, ທ່ານ Vladimir Putin ຖະແຫຼງວ່າ ຂໍ້ຕົກລົງຂອງສະພາເສດຖະກິດ ອາຊີ - ເອີລົບ ກ່ຽວກັບເລື່ອງອະນຸຍາດໃຫ້ ປາແລັດສະຕິນ ໄດ້ຊົມໃຊ້ບຸລິມະສິດດ້ານການຄ້າກັບພັນທະມິດເສດຖະກິດ ອາຊີ - ເອີລົບ (EAEU).

        ສ່ວນທ່ານປະທານາທິບໍດີ ປາແລັດສະຕິນ Mahmoub Abbas ເນັ້ນໜັກເຖິງບົດບາດສຳຄັນຂອງ ມົດສະກູ ໃນວິວັດການແກ້ໄຂການປະທະກັນລະຫວ່າງ ປາແລັດສະຕິນ ແລະ ອິດສະລາແອັນ. ການນຳ ປາແລັດສະຕິນ ສະແດງສະໜັບສະໜູນຕໍ່ເລື່ອງຈັດຕັ້ງການພົບປະ 3 ຝ່າຍລວມມີ ອິດສະລາແອັນ ແລະ ປາແລັດສະຕິນ ຢູ່ ມົດສະກູ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ Vladimir Putin.

ຕອບກັບ

ຂ່າວ/ບົດ​ອື່ນ