ປາແລັດສະຕິນຢາກສົມທົບກັບປະຊາຄົມໂລກຢຸດຕິການປະທະກັນກັບອິດສະລາແອນ

ປາແລັດສະຕິນຢາກສົມທົບກັບປະຊາຄົມໂລກຢຸດຕິການປະທະກັນກັບອິດສະລາແອນ - ảnh 1
(ພາບປະກອບ)

(vovworld) - ​ ​ ທ່ານ​ປະທານາທິບໍດີ ປາ​ແລັດ​ສະຕິ​ນ Mahmoud Abbas ​ໃຫ້​ຮູ້​ວ່າ: ວົງ​ການ​ເຈົ້າ​ໜ້າ​ທີ່ ປາ​ແລັດ​ສະຕິ​ນ ພວມ​ສົມທົບ​ກັບ​ປະຊາ​ຄົມ​​ໂລກ ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ສັນ​ຕິ​ພາບ​ສາກົນ ​​ແນ​​ໃສ່​ຊອກ​ຫາວິທີ​ການ​ແກ້​ໄຂ​ແບບ 5 + 1 ​ແລະ ຢຸດຕິ​ການ​ປະ​ທະ​ກັນ​ກັບ ອິດສະ​ລາ​ແອນ. ວັນ​ທີ 21/02, ສຳນັກ​ຂ່າວສານ​ທາງ​ການ ປາ​ແລັດ​ສະຕິ​ນ ຄັດ​ຄຳ​ເວົ້າຂອງໂຄສົກ ​ປະທານາທິບໍດິ ປາ​ແລັດ​ສະຕິ​ນ ທ່ານ​ Nabil Abu Rudeinah​ ໃຫ້ຮູ້​ວ່າ: ​ໃນ​ການ​ພົບ​ປະ​ລະຫວ່າງ​ທ່ານປະທານາທິບໍດີ Abbas ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ 2 ຝ່າຍໄດ້​ປຶກສາ​ຫາລືຢ່າງ​ເລິກ​ເຊິ່ງ ​ແລະ ລະອຽດ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ໃໝ່​ສຸດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປະ​ທະ​ກັນ​ລະຫວ່າງ ອິດສະ​ລາ​​ແອນ ​ແລະ ປາ​ແລັດ​ສະຕິ​ນ. ທ່ານ​ປະທານາທິບໍດີ Mahmoud Abbas ​ເນັ້ນ​ໜັກ​ເຖິງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງວົງ​ການ​ການ​ນຳ ປາ​ແລັດ​ສະຕິ​ນ​ໃນ​ການ​ສຳຜັດກັບສະພາ​ຄວາມ​ໝັ້ນຄົງ ​ເພື່ອກ່າວ​ປະນາມ​ເລື່ອງ​ເປີດ​ກ້ວາງ​ບັນດາ​ເຂດຕັ້ງ​ຖິ່ນ​ຖານຄົງ​ທີ່ຊາວ​ ຢິວ ​ແລະ ຢຸດຕິ​​ເລື່ອງ​ດັ່ງກ່າວ. ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໃຫ້​ຮູ້​ວ່າ: ອຳນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຈະ​ສືບ​ຕໍ່​ຊຸກຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ຮັກສາ​ມາດ​ຕະການ​ແກ້​ໄຂ​ໂດຍ​ຄົງ​ຕົວ 2 ປະ​ເທດ ​ເພື່ອ​ບັນລຸ​​ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ