ປາ​ແລັດ​ສະ​ຕິນ​ສະ​ເໜ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

(VOVWORLD) -ບົດລາຍງານມີຕອນຊີ້ແຈ້ງວ່າ ອຳນາດການປົກຄອງປາແລັດສະຕິນ ຈະສະເໜີປະຊາຄົມສາກົນ ປົກປ້ອງຊາວປາແລັດສະຕິນ ຢູ່ຜືນແຜ່ນດິນຂອງເຂົາເຈົ້າ ແລະ ຄັດຄ້ານບັນດາການກະທຳນຳໃຊ້ອາວຸດຢູ່ນະຄອນ Nablus. 
 ປາ​ແລັດ​ສະ​ຕິນ​ສະ​ເໜ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ - ảnh 1ພາບປະກອບ: AFP/TTXVN

ວັນທີ 23 ກຸມພາ, ສຳນັກຂ່າວສານທາງການຂອງ ປາແລັດສະຕິນ ໄດ້ຄັດສະເໜີເນື້ອໃນບົດລາຍງານສະບັບໜຶ່ງໃຫ້ຮູ້ວ່າ: ອຳນາດການປົກຄອງ ປາແລັດສະຕິນ ຈະສະເໜີຈັດກອງປະຊຸມດ່ວນຢູ່ສະພາຄວາມໝັ້ນຄົງ ສປຊ ເຊິ່ງກ່ຽວຂ້ອງເຖິງບັນດາເຫດປະທະກັນລະຫວ່າງກຳລັງອິດສະລາແອັນ ແລະ ຊາວປາລັດສະຕິນ ຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ ທີ່ຖືກຢຶດຄອງເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນ.

ບົດລາຍງານມີຕອນຊີ້ແຈ້ງວ່າ ອຳນາດການປົກຄອງປາແລັດສະຕິນ ຈະສະເໜີປະຊາຄົມສາກົນ ປົກປ້ອງຊາວປາແລັດສະຕິນ ຢູ່ຜືນແຜ່ນດິນຂອງເຂົາເຈົ້າ ແລະ ຄັດຄ້ານບັນດາການກະທຳນຳໃຊ້ອາວຸດຢູ່ນະຄອນ Nablus. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad Al-Maliki ໄດ້ອອກແຈ້ງການໂດຍຊີ້ແຈ້ງວ່າ ອຳນາດການປົກຄອງເຂດນີ້ ໄດ້ສະເໜີ ສະຫະພັນ ອາຣັບ (AL) ແລະ ອົງການຮ່ວມມື

  ແລະກໍ່ໃນວັນດຽວກັນ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງສະຫະພາບ ເອີລົບ (EU) ຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ຄັດຄ້ານຍຸດທະສາດຂອງກຳລັງອິດສະລາແອັນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ