ປາແລດສະຕີນຮ້ອງຟ້ອງອິດສະຣາແອນຂຶ້ນສານອາຍາສາກົນຢ່າງເປັນທາງການ

ປາແລດສະຕີນຮ້ອງຟ້ອງອິດສະຣາແອນຂຶ້ນສານອາຍາສາກົນຢ່າງເປັນທາງການ - ảnh 1
ສະ​ພາບ​ການ​ແປ​ເພ​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ
ອິດ​ສະ​ຣາ​ແອນ​ ຢູ່ Rafah, ພາກ​ໃຕ້​ເຂດກາ​ຊາ
(ພາບ: xaluan.com)

(vovworld) – ວັນ​ທີ 25/6, ອ​ຳ​ນາດ​ການ​ປົກ​ຄອງ ປາ​ແລດ​ສະ​ຕີນ (PA) ໄດ້​ສົ່ງ​ເອ​ກະ​ສານ​ນິ​ຕິ​ກຳ​ທຳ​ອິດ​ຂຶ້ນ​ສານ​ອາ​ຍາ​ສາ​ກົນ (ICC) ຢ່າງ​ເປັນ​ທາງ​ການ ເພື່ອ​ແນ​ໃສ່ຮ້ອງ​ຟ້ອງ ອິດ​ສະ​ຣາ​ແອນ ກ່ຽວ​ກັບ “ບັນ​ດາ​ໂທດ​ກຳ​ສົງ​ຄາມ”. ອົງ​ການ​ປົດ​ປ່ອຍ ປາ​ແສດ​ສະ​ຕີນ (PLO) ໄດ້​ສົ່ງ​ບັນ​ດາ​ເອ​ກະ​ສານ​ຂຶ້ນ Twitter ​ເຄືອ​ຂ່າຍ​ສັງ​ຄົມ​ອອນ​ໄລບາງ​ເອ​ກະ​ສານ​ທີ່​ໄດ້​ຍື່ນ​ສະ​ເໜີ​ຕໍ່ ICC ທີ່​ກ່ຽວ​ຂ້ອງ​ເຖິງ “ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານ​ໂຄງ​ທີ່, ເຂ​ດ​ກາ​ຊາ ແລະ ນັກ​ໂທດ”. ກ່ອນ​ໜ້ານັ້ນ, ກໍ່​ໃນ​ວັນ​ດຽວ​ກັນ, ສຳ​ນັກ​ຂ່າວ​ສານ Ma’an ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອ​ຳ​ນາດ​ການ​ປົກ​ຄອງ ປາ​ແລດ​ສະ​ຕີນ ປະ​ຈຳ ໂຮນ​ລັງ  Nabil Abu Zneid ໃຫ້​ຮູ້​ວ່າ: ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອ​ຳ​ນາດ​ການ​ປົກ​ຄອງ ປາ​ແລດ​ສະ​ຕີນ Riyad al – Maliki ຄາດ​ວ່າ​ຈະ​ນຳ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ໄປ​ຍັງ​ສຳ​ນັກ​ງານ​ສານ​ເມື່ອ​ສົ່ງ​ສຳ​ເນົາ​ເອ​ກະ​ສານ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ Zneid ຍອມ​ຮັບ​ວ່າ ICC ຈະ​ເສຍ​ເວ​ລາ “ແຕ່ 5 -10 ປີ” ເພື່ອ​ແກ້​ໄຂ​ສຳ​ເນົາ​ເອ​ກະ​ສານ​ຂອງ ປາ​ແລດ​ສະ​ຕີນ ຍ້ອນ​ວ່າ “ນີ້​ພຽງ​ແຕ່​ແມ່ນ​ບາດ​ກ້າວ​ທຳ​ອິດ​​ຈຳ​ວນນັບ​ຮ້ອຍ​ບາດ​ກ້າວ”.
ຂ່າວ/ບົດ​ອື່ນ