ປາແລດສະຕີນຮຽກຮ້ອງປະຊາຄົມສາກົນສະກັດກັ້ນແຜນການກໍ່ສ້າງຂອງອິດສະຣາແອນຢູ່ພາກພາຕາເວັນອອກJerusalem

ປາແລດສະຕີນຮຽກຮ້ອງປະຊາຄົມສາກົນສະກັດກັ້ນແຜນການກໍ່ສ້າງຂອງອິດສະຣາແອນຢູ່ພາກພາຕາເວັນອອກJerusalem - ảnh 1
ພາບປະກອບ
(vovworld) – ວັນ​ທີ 25/7, ອຳນາດ​ການ​ປົກຄອງ ປາ​ແລດ​ສະຕີ​ນ (PA) ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ ມີ​ການ​ກະທຳ​ທີ່ຈຳ​ເປັນ​ເພື່ອສະກັດ​ກັ້ນ​ແຜນການ​ກໍ່ສ້າງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃໝ່​​ໃຫ້​ແກ່​ຊາວ​ຢິວ ຢູ່​ເຂດ​ຕາ​ເວັນ​ອອກ Jerusalem ​ແລະ ປາດ​ຖະໜາ​ວ່າ​ສະພາ​ຄວາມ​ໝັ້ນຄົງ ສປຊ ຈະບັງຄັບ ອິດສະຣາ​ແອນ ຢຸດຕິ​ການ​ເປີດ​ກ້ວາງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່. ກ່າວ​ຄຳ​ເຫັນ​ພາຍຫຼັງສະພາ​ນະຄອນ Jerusalem ​ຍົກ​ອອກ​ຄຳ​ຕັດສິນ​ກໍ່ສ້າງ​ເຮືອ​ນ​ໃໝ່ 770 ​ຫລັງຢູ່​ເຂດ Gilo ​ໃນ “ຊາຍ​ແດນ​ຂຽວ”, ທ່ານ Saed Erekat, ​ເລຂາທິການ​ໃຫຍ່​ອົງການ​ປົດ​ປ່ອຍ ປາ​ແລດ​ສະຕີ​ນ (PLO) ​ເວົ້າ​ວ່າ: “ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມ​ສາກົນ​​ສະ​ແດງ​ຄຳ​ໝັ້ນ​ສັນຍາດ້ວຍ​ມາດ​ຕະການ 2 ລັດ ​ແລະ ດຳ​ເນີນ​ທຸ​ກໆ​ການ​ກະທຳ​ທີ່ຈຳ​ເປັນ​ເພື່ອ​​ແນ​ໃສ່​ບັງຄັບ ອິດສະຣາ​ແອນ ຢຸດຕິ​ການ​ສ້າງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຢູ່​ບັນດາ​ເຂດ​ແຄ້ວນ​ທີ່​ຢຶດຄອງ​ຂອງ ປາ​ແລດ​ສະຕີ​ນ. ພວກ​ຂ້າພະ​ເຈົ້າ​ໄດ້​ຮຽກຮ້ອງ​​ໃຫ້ ອີ​ຢິບ ​ແລະ ບັນດາ​ການ​ນຳ​ປະ​ເທດ ອາຣັບ ​ໂຮມ​ປະຊຸມ​ດ່ວນ​ຂອງ​ກຸ່ມ 4 ຝ່າຍ ອາຣັບ ​ເພື່ອ​ແນ​ໃສ່​ຍື່ນ​ສະ​ເໜີ​ຮ່າງ​ມະຕິ​ດັ່ງກ່າວຂຶ້ນ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ເພື່ອບັງຄັບ​ໃຫ້ ອິດສະຣາ​ແອນ ຢຸດຕິ​ການ​ເປີດ​ກ້ວາງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່”. ອິດສະຣາ​ແອນ​ຖື​ວ່າ Jerusalem ຈະ​ແມ່ນນະຄອນຫຼວງ​ລວມ​ໃນ​ບໍ່​ວ່າ​ຂໍ້​ຕົກລົງ​ກົດ​ລະບຽບ​ສຸດ​ທ້າຍ​ໃດ​ໆ​ກັບ ປາ​ແລດ​ສະຕີ​ນ ກ່ຽວ​ກັບ​ມາດ​ຕະການ 2 ລັດ, ດັ່ງ​ນັ້ນ, ອິດສະຣາ​ແອນ ມີ​ສິດ​ກໍ່ສ້າງ​ບັນດາ​ເຂດ​ເຮືອນ​ຢູ່​ໃຫ້​ຊາວ​ຢິວ ​ໃນທຸກໆ​​ເຂດ​ຢູ່ Jerusalem.
ຂ່າວ/ບົດ​ອື່ນ