ປາແລດສະຕີນແລະອິດສະຣາແອນບັນລຸຂໍ້ຕົກລົງຢຸດຍິງໂດຍບໍ່ມີການກຳນົດເວລາ

 ປາແລດສະຕີນແລະອິດສະຣາແອນບັນລຸຂໍ້ຕົກລົງຢຸດຍິງໂດຍບໍ່ມີການກຳນົດເວລາ - ảnh 1
ທ່ານ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas
photo:baodongnai.com


(vovworld)- ຄຳສັ່ງ​ຢຸດ​ຍິງ​ໂດຍ​ມີ​ການ​ກຳນົດ​ເວລາ​ຢູ່​ເຂດ ກາຊາ ມີ​ຜົນ​ສັກສິດ​ນັບ​ແຕ່​ເວລາ 16 ​ໂມງ GMT(​ກົງ​ກັບ 23 ​ໂມງຕາມເວລາ ຮ່າ​ໂນ້ຍ) ຂອງ​ວັນ​ທີ 26/8 ​ເປັນ​ຕົ້ນ​ໄປ ພາຍຫລັງ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ ກຳລັງ Hamas ​ແລະ ກອງທັບ ອິດສະຣາ​ແອນ ມາ​ເປັນ​ເວລາ 50 ວັນ ຊື່​ງ​ເຮັດ​ໃຫ້​ຊາວ ປາ​ແລດ​ສະຕີ​ນນັບ​ພັນ​ຄົນ​ຖືກ​ເສຍ​ຊີວິດ. ຂ່າວ​ຄາວ​ດັ່ງກ່າວ​​ໂດຍ​ແມ່ນ​ທ່ານ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas ປະກາດ​ທີ່​ການ​ປະຊຸມ​ຂ່າວ​ຊື່​ງດຳ​ເນີນ​ໄປ​ຢູ່ Ramallah ເຂດຝັງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.

        ຂໍ້​ຕົກລົງ​ຢຸດ​ຍິງ​ບັນລຸ​ໄດ້​ລະຫວ່າງ ອິດ​ສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ມີ​ຫລາຍ​ຈຸດ​ຕ່າງ​ກັບ​ບັນດາ​ຂໍ້​ຕົກລົງ​ຢຸດ​ຍິງ​ກ່ອນ​ນັ້ນ. ຕາມ​ນັ້ນ​ແລ້ວ ສອງ​ຝ່າຍໝັ້ນ​ໝາຍ ຈະ​ຢຸດ​ຍິງ​ໂດຍ​ບໍ່​ມີ​ການ​ກຳນົດ​ເວລາ ​ແລະ ອິດສະຣາ​ແອນ ຈະ​ຫລຸດຜ່ອນ​ການ​ກວດກາ​ດ່ານ​ຊາຍ​ແດນ 2 ​ແຫ່ງ ຕິດ​ຈອດ​ກັບ ກາຊາ ​ໃຫ້​ແກ່​ການ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫລືອ ​ແລະ ວັດຖຸອຸປະກອນ​ເພື່ອ​ສ້າງ​ເຂດ​ດິນ​ແດນ ປາ​ແລດ​ສະຕີ​ນຄືນ​ໃຫມ່. ​ເນື່ອງ​ໃນ​ໂອກາດ​ນີ້, ອາ​ເມ​ລິ​ກາ ​ແລະ ສປຊ ​ໄດ້​ຊົມ​ເຊີຍ​ຂໍ້​ຕົກລົງ​ດັ່ງກ່າວ ​ແລະ ຮຽກຮ້ອງ​ສອງ​ຝ່າຍ ຕ້ອງ​ເຄົາລົບ​ບັນດາ​ຂໍ້​ມາດຕາ​ໃນ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ບັນລຸ​ໄດ້​ນັ້ນ.  ອາ​ເມ​ລິ​ກາ ​ແລະ ສປຊ ຖື​ວ່າ: ຄຳ​ສັ່ງ​ຢຸດ​ຍິງ​ໂດຍ​ບໍ່​ມີ​ການ​ກຳນົດ​ເວລາ ຢູ່ ​ເຂດ ກາຊາ ​ແມ່ນ​ເຫດການ​ມີ​ລັກສະນະ​ເປັນ​ບາດ​ລ້ຽວ ​ເພື່ອ​ກ້າວ​ໄປ​ເຖິງ​ພື້ນຖານ​ສັນຕິພາບ​ຍາວ​ນານ​ໃຫ້​ແກ່​​ເຂດ​ນີ້.

ຂ່າວ/ບົດ​ອື່ນ