ປ່່ຽນແປງບາງຂໍ້ກຳນົດກ່ຽວກັບການເຂົ້າອອກເມືອງສຳລັບຊາວຕ່າງປະເທດ

(VOVWORLD) -ຢຸດຕິຊົ່ວຄາວກ່ຽວກັບການເຂົ້າເມືອງສຳລັບນັກທ່ອງທ່ຽວທີ່ມາຈາກ ຫຼື ໄປຜ່ານບັນດາປະເທດ ຂຶ້ນກັບເຂດ Schengen, ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ໃນຮອບເວລາ 14 ວັນ ກ່ອນທີ່ຄາດຄະເນຈະມາຫວຽດນາມ
ປ່່ຽນແປງບາງຂໍ້ກຳນົດກ່ຽວກັບການເຂົ້າອອກເມືອງສຳລັບຊາວຕ່າງປະເທດ - ảnh 1 (ພາບປະກອບ: TTXVN)

ຕໍ່ໜ້າສະພາບການ ໂລກພະຍາດ Covid-19 ຜັນແປຢ່າງວ່ອງໄວ ແລະ ສັບສົນໃນທົ່ວໂລກ, ລັດຖະບານຫວຽດນາມ ໄດ້ຕົກລົງ: ຢຸດຕິຊົ່ວຄາວກ່ຽວກັບການເຂົ້າເມືອງສຳລັບນັກທ່ອງທ່ຽວທີ່ມາຈາກ ຫຼື ໄປຜ່ານບັນດາປະເທດ ຂຶ້ນກັບເຂດ Schengen, ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ໃນຮອບເວລາ 14 ວັນ ກ່ອນທີ່ຄາດຄະເນຈະມາຫວຽດນາມ; ຢຸດຕິຊົ່ວຄາວກ່ຽວກັບການອອກວີຊາຢູ່ດ່ານຊາຍແດນ. ບັນດາຂໍ້ຕົກລົງດັ່ງກ່າວມີຜົນສັກສິດເປັນເວລາ 30 ວັນ, ນັບແຕ່ເວລາ 12 ໂມງ ວັນທີ 15 ມີນາ 2020 ແລະ ບໍ່ໄດ້ນຳໃຊ້ສຳລັບຈຸດປະສົງທາງການທູດ ແລະ ວຽກງານທາງລັດຖະການ.

        ບັນດາກໍລະນີຊາວຕ່າງປະເທດແມ່ນນັກຊ່ຽວຊານ, ນັກຄຸ້ມຄອງວິສາຫະກິດ, ຜູ້ອອກແຮງງານທີ່ມີສີມືແຮງງານສູງ ເມື່ອເຂົ້າເມືອງຕ້ອງຜ່ານການກວດກາດ້ານການແພດ ແລະ ນຳໃຊ້ບັນດາມາດຕະການປ້ອງກັນ, ຄວບຄຸມໂລກລະບາດທີ່ເໝາະສົມຢູ່ວິສາຫະກິດ, ຮາກຖານບ່ອນພັກອາໄສໃຫ້ຖືກຕ້ອງຕາມຂໍ້ກຳນົດ. ຫວຽດນາມ ໄດ້ແຈ້ງຂໍ້ຕົກລົງດັ່ງກ່າວ ເຖິງບັນດາອົງການຜູ້ຕາງໜ້າດ້ານການທູດ, ສະຖານກົງສູນ ແລະ ອົງການຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈຳຫວຽດນາມ ແລະ ສືບຕໍ່ຕິດຕາມສະພາບການ, ເຝົ້າລະວັງຢ່າງໃກ້ຊິດ.

ຕອບກັບ

ຂ່າວ/ບົດ​ອື່ນ