ປ່ຽນໃຫມ່ກົນໄກການເຄື່ອນໄຫວຂອງບັນດາຫົວຫນ່ວຍວິຊາການ

ປ່ຽນໃຫມ່ກົນໄກການເຄື່ອນໄຫວຂອງບັນດາຫົວຫນ່ວຍວິຊາການ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ແຫ່ງ​ລັດ

(vovworld)- ຕອນ​ບ່າຍ​ວັນ​ທີ 26/12 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ກົນ​ໄກ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ຫົວ​ຫນ່ວຍ​ວິ​ຊາ​ການ​. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ສະ​ເຫນີ: ພ້ອມ​ກັບ​ການ​ບູ​ລະ​ນະ​ຄະ​ນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບການ​ປ່ຽນ​ໃຫມ່​ກົນ​ໄກ​ການ​ເຄື່ອນ​ໄຫວ​ບັນ​ດາ​ຫົວ​ຫນ່ວຍ​ວິ​ຊາ​ການ​ໂດຍ​ໄວ ເພື່ອ​ເປັນ​ເອ​ກະ​ພາບ​ວຽງານ​ຊີ້​ນຳ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ຄວນ​ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດ, ສ້າງ​ສຳ​ເລັດ​ໂດຍ​ໄວ​ເພື່ອ​ຍື່ນ​ສະ​ເຫນີ​ຕໍ່​ລັດ​ຖະ​ບານປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ກ່ຽວ​ຂ້ອງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ສະ​ເຫນີ ຄະ​ນະ​ຊີ້​ນຳ​ສ້າງວິ​ວັດ​ການ​ຄິດ​ໄລ່​ຄ່າ​ບໍ​ລິ​ການ​ຊື່ງ​ຫົວ​ຫນ່ວຍ​ວິ​ຊາ​ການ​​ທີ່ນຳ​ໃຊ້​ງົບ​ປະ​ມານ​ແຫ່ງ​ລັດ. ພ້ອມ​ກັນ​ນັ້ນ ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ແກ່​ຜູ້​ທຸກ​ຍາກ​ທີ່​ໄດ້​ຊົ​ມ​ໃຊ້​ບັນ​ດາ​ບໍ​ລິ​ການ​ເປັນ​ຢ່າງ​ດີ. 


ຕອບກັບ

ຂ່າວ/ບົດ​ອື່ນ