ປ່ຽນໃໝ່ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດສ້າງສາປະເທດຊາດ

ປ່ຽນໃໝ່ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດສ້າງສາປະເທດຊາດ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 25/02, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ປະທານ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ທີ 2 ຂອງ​ສະພາ ​ເພື່ອ​ຮັບ​ຟັງ ​ແລະ ປຶກສາ​ຫາລື 3 ​ແຜນ​ຮ່າງ​ສຳຄັນ​ໃນ​ຂົງ​ເຂດ​ສຶກສາ ນັ້ນ​ແມ່ນ: ​ໂຄງການ​ເຄື່ອ​ນ​ໄຫວ​ຂອງ​ລັດຖະບານ ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ເລກທີ 29 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 11 ກ່ຽວ​ກັບ​ການ​ປ່ຽນ​ໃໝ່ການ​ສຶກສາ ​ແລະ ບຳ​ລຸງ​ສ້າງ​ຢ່າງ​ຮອບດ້ານ​ໂດຍພື້ນຖານ; ​ແຜນ​ຮ່າງ​ສ້າງ​​ໂຄງການ ​ແລະ ປື້​ມສາມັນສຶກສາພາຍຫຼັງ​ປີ 2015 ​ແລະ ​ແຜນ​ຮ່າງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ. ຕາມ​ແຜນ​ຮ່າງ​ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ລາຍການ, ປື້ມສາມັນສຶກສາພາຍຫຼັງ​ປີ 2015 ທີ່ຍື່ນ​ສະ​ເໜີ​ຕໍ່​ວາລະ​ປະຊຸມແລ້ວ, ໜ້າ​ທີ່​​ວາງ​ອອກ​ແມ່ນ​ດຳ​ເນີນ​ການ​ສະຫຼຸບ ​ແລະ ຕີ​ລາຄາ​ການ​ສ້າງ​ລາຍການ, ປື້ມສາມັນສຶກສາປະຈຸ​ບັນ; ມີ​ການທາບທາມ, ຮໍ່າຮຽນ​ຕາມທ່າອ່ຽງ ​ແລະ ບົດຮຽນ​ຈາກ​ສາກົນ, ບົນ​ພື້ນຖານ​ນັ້ນ​ສ້າງ​​ໂຄງການສຶກສາສາມັນ​ໃໝ່.

        ສະຫຼຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ຄະນະ​ຮຽບຮຽງ​ສືບ​ຕໍ່​ຮັບ​ເອົາຄຳ​ເຫັນ​ຈາກ​ບັນດາ​ສະມາຊິກ​ສະພາ ​ເພື່ອ​ປັບປຸງ ​ແລະ ສຳ​ເລັດ​​ໂຄງການ​ເຄື່ອນ​ໄຫວຂອງ​ລັດຖະບານ ຜັນ​ຂະຫຍາຍ​ມະຕິ​ເລກທີ 29 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ, ພິຈາລະນາອະນຸມັດ​ຜ່ານໃນເດືອນ 3 ​ຈະມາເຖິງ. ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ວ່າ: ​ໂຄງການ​ເຄື່ອນ​ໄຫວ​ຕ້ອງ​ຕິດ​ແທດ ​ແລະ ຫັນ​ເປັນ​ລະອຽດ​ມະຕິ​ຂອງ​ສູນ​ກາງ ດ້ວຍ 9 ໜ້າ​ທີ່, ມາດ​ຕະການ​ຈຸດ​ສູ​ມທີ່​ໄດ້​ວາງ​ອອກ, ພ້ອມ​ກັນ​ນັ້ນຕ້ອງ​ກວດກາ​ຄືນ​ບັນຊີ​​ຂອງ​ແຜນ​ຮ່າງຢ່າງລະອຽດ​ເພື່ອ​ຜັນ​ຂະຫຍາຍ​ຢ່າງ​ມີ​ຈຸດ​ສຸມ; ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ລັກສະນະ​ເປັນ​ໄປ​ໄດ້. ສຳລັບ​ແຜນ​ຮ່າງສ້າງ​​ໂຄງການ ​ແລະ ປື້​ມສາມັນສຶກສາພາຍຫຼັງ​ປີ 2015, ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ວ່າ: ບັນດາສະມາຊິກ​ຂອງ​ສະພາ ​ແລະ ກະຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງ ຕ້ອງ​ເຂົ້າ​ຮ່ວມ​ວິວັດ​ການ​ຕິດຕາມ​ກວດກາ, ໄຈ້ແຍກດ​ຕີ​ລາຄາຂອງສະພາ​ແຫ່ງ​ຊາດ, ຜ່ານ​ນັ້ນ, ດັດ​ປັບ, ແຜນຮ່າງ​ໂດຍ​ໄວ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດຮັບຮອງ​ເອົາ.

        ກໍ່​ທີ່​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​​ໃບ​ສະ​ເໜີ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄະນະ​ກຳມະ​ການ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ.

ຂ່າວ/ບົດ​ອື່ນ