ປ່ຽນໃໝ່ວິທີການເຄຶ່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ

ປ່ຽນໃໝ່ວິທີການເຄຶ່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ - ảnh 1
(ທ່ານ​ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫງວຽນ​ທ້ຽນ​ເຍີນ)

(vovworld) – ຫວ່າງ​ແລ້ວ​ນີ້, ທ່ານ​ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ພົບ​ປະ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນ​ເພື່ອ​​ແຈ້ງ​ຂໍ້​ມູນຂ່າວ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ວຽກ​ງານ​ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຄັ້ງ​ທີ 8, ອາຍຸ​ການ 2014 – 2019. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງວ່າ ອາຍຸ​ການ 2014 – 2019, ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ສືບ​ທອດ​ບັນດາ​ເນື້ອ​ໃນ, ວິທີ​ການ, ຮູບ​ການ​ເຄື່ອນ​ໄຫວ ພວມ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ, ຕິດ​ພັນ​ກັບ​ບົດບາດໜ້າ​ທີ່ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ເຊິ່ງ​ໄດ້​ກຳນົດ​ໃນ​ບັນດາ​ເອກະສານ​ຂອງ​ພັກ ​ແລະ ລັດຖະທຳ​ມະນູນ (ສະບັບ​ປັບປຸງ). ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ​ໄດ້​ວາງອອກ 5 ລາຍການ​ເຄື່ອນ​ໄຫວ, ສຸມ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ບັ້ນ​ຂົນ​ຂວາ​ຍ, ​ເຕົ້າ​ໂຮມ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ປັບປຸງ​ກຸ່ມ​ກ້ອນ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ; ລະດົມ, ໜູນ​ຊ່ວຍ ​ແລະ ພ້ອມ​ກັບ​ປະຊາຊົນທຸກ​ຊັ້ນ​ຄົນຜັນ​ຂະຫຍາ​ຍບັນດາ​ບັ້ນ​ຂົນຂວາຍ, ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ; ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ຕ່າງ​ໜ້າ, ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ