ປີໃຫມ່ 2021: ບັນດາການນຳໂລກສົ່ງສານກ່ຽວກັບຄວາມຫວັງ ແລະ ຄວາມສາມັກຄີ

(VOVWORLD) -ໃນຈຸດເວລາທຳອິດຂອງປີໃຫມ່ 2021, ມີການນຳໂລກຫລາຍທ່ານ ໄດ້ສົ່ງຄຳອວຍພອນເຖິງປະຊາຊົນ ໂດຍຢັ້ງຢືນໃຫ້ຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈນຳປະເທດຊາດໃຫ້ມີຄວາມວັດທະນາຖາວອນ ແລະ ລ້ວນແຕ່ມີຄວາມເຊື່ອໝັ້ນວ່າ ປີ 2021 ຈະແມ່ນປີເລີ່ມຕົ້ນໃຫ້ຄວາມຫວັງໃຫມ່ ພາຍຫລັງປີ 2020 ໂລກຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19

ປີໃຫມ່ 2021: ບັນດາການນຳໂລກສົ່ງສານກ່ຽວກັບຄວາມຫວັງ ແລະ ຄວາມສາມັກຄີ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin 

ພາບ: Tass

ໂລກລະບາດໂຄວິດ 19 ຍັງບໍ່ທັນສິ້ນສຸດເທື່ອ, ການຕໍ່ສູ້ຕ້ານໂລກລະບາດ ສືບຕໍ່ດຳເນີນໄປ ແຕ່ປີ 2021 ຊາວລັດເຊຍ ອາດຈະຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິຜ່ານບັນດາຄວາມມານະພະຍາຍາມ ແລະ ເປັນຈິດຫນຶ່ງໃຈດຽວຂອງປະຊາຊົນທຸກຄົນ. ນີ້ແມ່ນສານໂດຍທ່ານປະທານາທິບໍດີ ລັດເຊຍ Vladimir Putin ສົ່ງເຖິງປະຊາຊົນໝົດທຸກຄົນໃນໂອກາດຕ້ອນຮັບປີໃຫມ່.

ຢູ່ ຈີນ, ປະທານປະເທດຈີນ ສີຈິ້ງຜິງ ມີບົດກ່າວປາໃສອວຍພອນປີໃຫມ່ ຜ່ານໂທລະພາບແຫ່ງລັດ, ໃນນັ້ນ ຍົກໃຫ້ເຫັນຜົນງານຕ້ານໂລກລະບາດໂຄວິດ 19, ຟື້ນຟູເສດຖະກິດ ແລະ ລົບລ້າງຄວາມອຶດຫິວໃນປີ 2020. ການນຳຈີນ ຕີລາຄາສູງຄວາມມານະພະຍາຍາມຂອງປະຊາຊົນຈີນ ໝົດທຸກຄົນ ແລະ ຄວາມສາມັກຄີຂອງປະຊາຄົມໂລກເພື່ອຍູ້ໂລກລະບາດໃຫ້ຖອຍໄປ.

ໃນບົດກ່າວໄປໃສ່ ອວຍພອນປີໃຫມ່, ໃນຖານະເປັນນາຍົກລັດຖະມົນຕີ ເຢຍລະມັນ, ທ່ານນາງ Angela Merkel ເວົ້າວ່າ: ປີ 2020 ແມ່ນປີປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນໄລຍະ 15 ປີທ່ານນາງນຳພາປະເທດຊາດ. ເຖິງຢ່າງໃດກໍຕາມ ທ່ານນາງກໍ່ເນັ້ນຫນັກວ່າ ການເລີ່ມຕົ້ນຂອງບັ້ນສັກຢາ ວັນຊີນກັນໂລກລະບາດໂຄວິດ 19 ຈະເຮັດໃຫ້ປີ 2021 ແມ່ນປີແຫ່ງຄວາມຫວັງ.

ຕອບກັບ

ຂ່າວ/ບົດ​ອື່ນ