ຜູກມັດ​ປະ​ຊາ​ຄົມ - ຮັດ​ແໜ້ນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ

(VOVWORLD) - ການສ້າງຕັ້ງຄະນະຄຸ້ມຄອງທັງມີລັກສະນະບໍລິຫານ, ທັງແມ່ນບາດກ້າວຍຸດທະສາດ ແນໃສ່ຍົກສູງປະສິດທິຜົນການຈັດຕັ້ງຂອງປະຊາຄົມ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.
ຜູກມັດ​ປະ​ຊາ​ຄົມ - ຮັດ​ແໜ້ນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ  - ảnh 1ທ່ານຮອງເລຂາຄະນະພັກແຂວງ ໄຊສົມບູນ ມອບຂໍ້ຕົກລົງສ້າງຕັ້ງຄະນະຄຸ້ມຄອງຊາວ ຫວຽດນາມ ອາໄສຢູ່ແຂວງ ໄຊສົມບູນ ໃຫ້ແກ່ຫົວໜ້າຄະນະ (ພາບ: TTXVN)

ຕອນເຊົ້າວັນທີ 7 ຕຸລາ, ຢູ່ແຂວງ ໄຊສົມບູນ, ລາວ, ໄດ້ດຳເນີນພິທີປະກາດຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ແຕ່ງຕັ້ງ ຄະນະຄຸ້ມຄອງປະຊາຄົມຊາວ ຫວຽດນາມ ຢູ່ທ້ອງຖິ່ນ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ  ຢັ້ງຢືນວ່າ ການສ້າງຕັ້ງຄະນະຄຸ້ມຄອງທັງມີລັກສະນະບໍລິຫານ, ທັງແມ່ນບາດກ້າວຍຸດທະສາດ ແນໃສ່ຍົກສູງປະສິດທິຜົນການຈັດຕັ້ງຂອງປະຊາຄົມ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.

        ຄະນະຄຸ້ມຄອງໄດ້ຮັບການສ້າງຕັ້ງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆໄຊສົມບູນ, ມີບົດບາດຫົວໜ່ວຍປະສານງານລະຫວ່າງອຳນາດການປົກຄອງແຂວງ, ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ໃນການຄຸ້ມຄອງ, ເຊື່ອມຕໍ່, ໜູນຊ່ວຍບັນດາການເຄື່ອນໄຫວທີ່ພັກອາໄສ, ການດຳເນີນຊີວິດ, ດຳເນີນທຸລະກິດ ແລະ ການເຊື່ອມຕົວຂອງພໍ່ແມ່ປະຊາຊົນ. ຄະນະຄຸ້ມຄອງຮັບຜິດຊອບຫຼາຍໜ້າທີ່ແທດຈິງ, ເຊັ່ນ: ຈັດຕັ້ງບັນດາການເຄື່ອນໄຫວຊຸມຊົນ, ແລກປ່ຽນວັດທະນະທຳ - ການສຶກສາ, ບໍລິຈາກ; ເກັບກຳ, ຄຸ້ມຄອງຂໍ້ມູນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ອອກແຮງງານ, ດຳເນີນທຸລະກິດຢູ່ທ້ອງຖິ່ນ; ສົມທົບກັນໂຄສະນາເຜີຍແຜ່ກ່ຽວກັບກົດໝາຍ, ແນະນຳໃຫ້ພໍ່ແມ່ປະຊາຊົນປະຕິບັດຂໍ້ກຳນົດຂອງປະເທດປະຈຳຖິ່ນ; ໜູນຊ່ວຍດ້ານນິຕິກຳ, ສ້າງຄວາມປອງດອງ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວ ຫວຽດນາມ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ