ຜູ້ຕິດໂລກໄຂ້ຫວັດສັດປີກ H7N9 ເພີ່ມຂຶ້ນຢ່າງລຽນຕິດຢູ່ຈີນ

ຜູ້ຕິດໂລກໄຂ້ຫວັດສັດປີກ H7N9 ເພີ່ມຂຶ້ນຢ່າງລຽນຕິດຢູ່ຈີນ - ảnh 1

(ພາບ:khoahoc.com.vn)

(vovworld)- ຕາມ​ສຳນັກ​ຂ່າວສານ​ຊິນ​ຮວາ ປະ​ເທດ​ຈີນ ​ແລ້ວ, ສະ​ເພາະ​ໃນວັນ​ທີ 14/4, ຈີນ​ ໄດ້​ຮັບ​ຮູ້ວ່າມີຜູ້​ຕິດ​ໂລກ​ໄຂ້ຫວັດ​ສັດ​ປີກ H7N9 ຕື່ມ​ອີກ 11 ຄົນ, ຊື່​ງ​ໄດ້​ຍົກ​ຈຳນວນ​ຜູ້​ຕິດ​ໂລກລະບາດ​ດັ່ງກ່າວ​ຂຶ້ນ​ເຖິງ 60 ຄົນ. ​ໃນ​ນັ້ນຮ້າຍ​ແຮງ​ກ່ວາ​ໝູ່​ແມ່ນ​ນະຄອນ​ຊຽງ​ໄຮ່ ດ້ວຍ 24 ຄົນ. ບັນດາ​ຜູ້​ຊ່ຽວຊານ​ການ​ແພດ ​ແລະ ສັດຕະວະ​​ແພດຈີນ ​ໃຫ້​ຮູ້​ວ່າ: ​ເຊື້ອ​ໄວຣັດ H7N9 ມີ​ການກ່ຽວ​ພັນ​ກັບ​ນົກ​ຍົກຍ້າຍ​ລະຫວ່າງ​ອາຊີ-​ເອີ​ລົບ ປະ​ເພດ​ຕ່າງໆ ​ແຕ່​ຍາກ​ທີ່​ຈະມີ​ການ​ຕິດ​ແປດຈາກ​ນົກ​ປະ​ເພດ​ຕ່າງໆ​ໄປ​ສູ່​ຄົນ​ໄດ້. ສະນັ້ນ, ​ໄວຣັດ H7N9 ອາດ​ຈະ​ຖືກ​ຕິດ​ແປດ​ຜ່ານ​ສັດ​ປີກ ​ແລະ ນົກ​ລ້ຽງ​ຢູ່​ທິດຕາ​ເວັນ​ອອກປະ​ເທດ​ຈີນ.

 

ຂ່າວ/ບົດ​ອື່ນ