ຜູ້ຕາງຫນ້າສະພາແຫ່ງຊາດອາເມລິກາຊຸດທີ115ໃຫ້ຄຳໝັ້ນສັນຍາຮ່ວມມືເພື່ອແນໃສ່ຊຸກຍູ້ການພົວພັນກັບຫວຽດນາມ

ຜູ້ຕາງຫນ້າສະພາແຫ່ງຊາດອາເມລິກາຊຸດທີ115ໃຫ້ຄຳໝັ້ນສັນຍາຮ່ວມມືເພື່ອແນໃສ່ຊຸກຍູ້ການພົວພັນກັບຫວຽດນາມ - ảnh 1
ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ
 ອາ​ເມ​ລິ​ກາກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ
ພາບ:TTXVN

(vovworld)- ວັນ​ທີ 10/2, ​ເນ່​ື່ອງ​ໃນ​ໂອ​ກາດ​ປີ​ໃຫມ່​ປະ​ຈຳ​ຊາດ ສະ​ຖານ​ທູດ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ໄດ້​ຈັດ​ຕັ້ງ​ການພົບ​ປະ​ກັບຜູ້​ທີ່​ປືກ​ສາ, ຜູ້​ຊ່ວຍ​ວຽກ​ຂອງ​ບັນ​ດາ​ຫ້ອງ​ການ, ກຳ​ມາ​ທິ​ການ​ຫລັກ​ແຫລ່ງ​ໃນ​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ ອາ​ເມ​ລິ​ກາ ຊຸດ​ໃຫມ່ ກ່ຽວ​ຂ້ອງ​ເຖິງວິ​ວັດ​ການ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ, ການ​ພົວ​ພັນ​ກັບ ອາ​ຊີ ແລະ ຫວຽດ​ນາມ. ທີ່​ການ​ພົບ​ປະ, ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ແລະ ຕີ​ລາ​ຄາ​ບົດ​ບາດ​ຂອງ​ບັນ​ດາ​ຜູ້​ຊ່​ວຍ​ວຽກ, ແມ່ນ​ຂົວ​ຕໍ່ ແລະ ປະ​ກອບ​ສ່ວ​ນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ ໃນ​ທຸກ​ຂົງ​ເຂດ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ ຢືນ​ຢັນ: ຫວຽດ​ນາມ ຖື​ການ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ອຳ​ນາດ​ການ​ປົກ​ຄອງ ແລະ ສະ​ພາ​ແຫ່ງ​ຊາດ​ໃຫມ່​ຂອງ ອາ​ເມ​ລິ​ກາ ເປັນ​ສຳ​ຄັນ, ຈະ​ສືບ​ຕໍ່​ຮ່ວມ​ມື, ສູ້​ຊົນ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ ຕາມ​ທິດ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ສະ​ຖຽນ​ລະ​ພາບ, ຍາວ​ນານ, ຊຸກ​ຍູ້​ການ​ແລກ​ປ່ຽນ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ.  ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ອຳ​ນາດ​ການ​ປົກ​ຄອງ, ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ຕັ້ງ​ຫນ້າ​ເຂົ້າ​ຮ່ວມ, ປະ​ກອບ​ສ່ວນ​ ​ໃຫ້​ແກ່ ຜົນ​ສຳ​ເລັດ ຂອງບັນ​ດາ​ກອງ​ປະ​ຊຸມ APEC ໃນ​ປີ 2017. ການ​ນຳ​ຫວຽດ​ນາມ ໄດ້​ເຊື້ອ​ເຊີນ ແລະ ລໍ​ຖ້າ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ APEC ໃນ​ເດືອນ 11/2017 ແລະ ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ໂອ​ກາດນັ້ນ.

ທີ່​ການ​ພົບ​ປະ, ບັນ​ດາ​ຜູ້​ທີ່​ປຶກ​ສາ, ຜູ້​ຊ່ວຍ​ວຽກ ຕີ​ລາ​ຄາ​ສູງ​ກິດ​ຈະ​ການ​ປ່ຽ​ນ​ແປງ​ໃຫ​ມ່ ແລະ ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ພາກ​ພື້ນ ແລະ ຢືນ​ຢັນ:ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ອ​າ​ເມ​ລິ​ກາ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃຫ້​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ໃນ​ບັນ​ດາ​ຂົງ​ເຂດ: ການ​ເມືອງ, ການ​ທູດ, ເສດ​ຖະ​ກິດ, ການ​ຄ້າ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ຕະ​ຫລອດ​ຮອດ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ.

ຟ້າມ​ຮວນ, ນັກ​ຂ່າວ VOV ປະ​ຈຳ ອາ​ເມ​ລິ​ກາ


ຕອບກັບ

ຂ່າວ/ບົດ​ອື່ນ