ຜູ້​ຕາງ​ໜ້າ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ບັນ​ດາ​ປະ​ເທດ G20 ຈັດ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກ່ຽວ​ກັບ​ໂລກ​ລະ​ບາດ Covid – 19

(VOVWORLD) -ຕອນຄ່ຳວັນທີ 19 ເມສາ (ຕາມເວລາ ຫວຽດນາມ), ບັນດາລັດຖະມົນຕີກະຊວງສາທາລະນະສຸກ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໄດ້ເລີ່ມຕົ້ນກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບຜົນກະທົບຈາກໂລກລະບາດ Covid – 19 ຕໍ່ສຸຂະພາບຂອງປະຊາຊົນໃນທົ່ວໂລກ
ຜູ້​ຕາງ​ໜ້າ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ບັນ​ດາ​ປະ​ເທດ G20 ຈັດ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກ່ຽວ​ກັບ​ໂລກ​ລະ​ບາດ Covid – 19 - ảnh 1

ທ່ານເຈືອງກ໊ວກເກື່ອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍບັນດາລັດຖະມົນຕີສາທາລະນະສຸກ G20 (ພາບ: ກະຊວງສາທາລະນະສຸກ ຫວຽດນາມ)

ເຂົ້າຮ່ວມກອງປະຊຸມມີທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ພ້ອມກັບ ລັດຖະມົນຕີກະຊວງສາທາລະນະສຸກບັນດາປະເທດ G20, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ ລວມມີ ອົງການອານະໄມໂລກ, ທະນາຄານໂລກ, ກອງທຶນທົ່ວໂລກ…

ບັນດາລັດຖະມົນຕີກະຊວງສາທາລະນະສຸກ G 20 ໄດ້ແບ່ງປັນບົດຮຽນປະສົບການຂອງແຕ່ລະປະເທດ ແລະ ຍົກອອກບັນດາການກະທຳທີ່ຈຳເປັນສຳລັບ G20 ເພື່ອຮ່ວມແຮງຮ່ວມໃຈຕ້ານ ໂລກລະບາດ. ຜູ້ຕາງໜ້າຂອງ ທັງ 5 ທະວີບໄດ້ສະແດງຄວາມຕັດສິນໃຈຕ້ອງປະສານສົມທົບກັນກະທຳ, ພິເສດແມ່ນຍູ້ໄວການຄົ້ນຄ້ວາຢາວັກຊິນ, ແບ່ງປັນບັນດາມາດຕະການປະຕິບັດຢ່າງມີປະສິດທິຜົນເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ