ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມການເຈລະຈາ6ຝ່າຍປຶກສາຫາລືການຮັບມືກັບເຫດການທົດລອງນິວເຄຼຍຂອງສປປ.ເກົາຫຼີ

ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມການເຈລະຈາ6ຝ່າຍປຶກສາຫາລືການຮັບມືກັບເຫດການທົດລອງນິວເຄຼຍຂອງສປປ.ເກົາຫຼີ - ảnh 1
ຮົ້ວກີດຂວາງຢູ່ເຂດອຸດສາຫະກຳລວມ Kaesong
(ພາບປະກອບຈາກ: AFP/TTXVN)

(vovworld) – ວັນ​ທີ 11/1, ກະຊວງການ​ຕ່າງປະ​ເທດ ສ. ​ເກົາຫຼີ ​ໃຫ້​ຮູ້​ວ່າ: ຜູ້ຕາງໜ້າ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ວິວັດ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ ຈະ​ດຳ​ເນີນ​ບັນດາ​ການ​​​ເຈລະຈາ​ໃນ​ອາທິດ​ນີ້​ເພື່ອ​ປຶກສາ​ຫາລື​​ກ່ຽວ​ກັບເລື່ອງ​ຮັບ​ມື​ກັບ​ເຫດການ​ທົດ​ລອງ​ນິວ​ເຄຼຍຂອງ ສປປ ​ເກົາຫຼີ ​ໃນ​ອາທິ​ດກ່ອນ. ​ໃນ​ແຈ້ງ​ການ, ກະຊວງ​ດັ່ງກ່າວ​ກໍ​ໃຫ້​ຮູ້​ວ່າ: ທູດ​ພິ​ເສດ​ຂອງ ສ. ​ເກົາຫຼີ ທ່ານ Hwang Joon – kook ຈະ​ເຈລະຈາ​ກັບ​ທ່ານ Sung Kim, ຜູ​້ຕາງໜ້າ​ຂອງ ອາ​ເມ​ລິ​ກາ ແລະ ຜູ້ຕາງໜ້າ ຍີ່ປຸ່ນ ທ່ານ Kimihiro Ishikane ຢູ່ ​ເຊີ​ອູ​ນ ​ໃນ​ວັນ​ທີ 13/1. ທີ່​ການ​ເຈລະຈາຄັ້ງ​ຕ່າງໆ​ນີ້, ບັນດາ​ຝ່າ​ຍຈະ​ປຶກສາ​ຫາລື​ມາດ​ຕະການ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ, ​ໃນ​ນັ້ນ​ມີມະຕິ “​ເຂ້ັມ​ແຂງ ​ແລະ ​ຮ​ອບດ້ານ” ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ. ຫຼັງ​ຈາກ​ນັ້ນ, ທ່ານ Hwang ຈະ​ໄປ​ຍັງປະ​ເທດ ຈີນ​ ​ໃນ​ວັນ​ທີ 14/1, ​ເພື່ອ​ເຈລະຈາ​ກັບ​ທ່ານ ຫວູຕາຍ​ອວຍ, ຜູ​້ຕາງໜ້າ​ພິ​ເສດ​ຂອງ ຈີນ ກ່ຽວ​ກັບ​ບັນດາ​ບັນຫາ​ໃນ​ແຫຼມ ​ເກົາຫຼີ. ປະຈຸ​ບັນ, ສ. ​ເກົາຫຼີ ​ແລະ ລັດ​ເຊຍ ພວມ​ສັບ​ຊ້ອນ​ກາ​ນພົບ​ປະລະ​ຫວ່າງ​ທ່ານ Hwang ​ແລະ ຄູ່​ຕຳ​ແໜ່​ງ ລັດ​ເຊຍ Igor Morgulov.


ຂ່າວ/ບົດ​ອື່ນ