ຜູ້​ຕາງ​ໜ້າ​ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ ແລະ ຕາ​ລີ​ບານ ເຊື່ອມ​ຕໍ່​ການ​ເຈ​ລ​ະ​ຈາ​ຄືນ​ໃໝ່​ຢູ່ Doha

(VOVWORLD) -ການນຳ ແລະ ສະມາຊິກຂອງຄະນະເຈລະຈາ 2 ຝ່າຍ ໄດ້ພົບປະກັນກ່ອນໜ້ານັ້ນໜຶ່ງວັນ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາຫົວຂໍ້ໃນໂຄງການດຳເນີນງານ, ກ່ຽວກັບການຍູ້ໄວວິວັດການເຈລະຈາ ແລະ ບັນລຸໄດ້ຄວາມເຂົ້າໃຈລວມກ່ຽວກັບບັນຫານີ້.
ຜູ້​ຕາງ​ໜ້າ​ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ ແລະ ຕາ​ລີ​ບານ ເຊື່ອມ​ຕໍ່​ການ​ເຈ​ລ​ະ​ຈາ​ຄືນ​ໃໝ່​ຢູ່ Doha - ảnh 1ບັນດານັກເຈລະຈາຂອງ ຕາລີບານ ໃນການພົບປະກັບການນຳລັດຖະບານ ອາບການິດສະຖານ ໃນວັນທີ 12/92020 (ພາບ: AFP/TTXVN)
ຜູ້ຕາງໜ້າຂອງລັດຖະບານ ອາບການິດສະຖານ ແລະ ບັນດານັກເຈລະຈາຂອງ ຕາລີບານ ໄດ້ມີການພົບປະກັນຢູ່ນະຄອນຫຼວງ Doha, ປະເທດ ກາຕາ ໃນອາທິດນີ້ ເພື່ອປຶກສາຫາລືກ່ຽວກັບວິວັດການສ້າງສັນຕິພາບຢູ່ ອາບການິດສະຖານ ທີ່ບໍ່ມີທາງອອກນັບແຕ່ຕົ້ນປີມານີ້.

        ໃນຖະແຫຼງການໜຶ່ງໃນວັນທີ 9 ມິຖຸນາ, ທ່ານ Suhail Shaheen ໂຄສົກຂອງຕາລີບານ ໃຫ້ຮູ້ວ່າ ການນຳ ແລະ ສະມາຊິກຂອງຄະນະເຈລະຈາ 2 ຝ່າຍ ໄດ້ພົບປະກັນກ່ອນໜ້ານັ້ນໜຶ່ງວັນ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາຫົວຂໍ້ໃນໂຄງການດຳເນີນງານ, ກ່ຽວກັບການຍູ້ໄວວິວັດການເຈລະຈາ ແລະ ບັນລຸໄດ້ຄວາມເຂົ້າໃຈລວມກ່ຽວກັບບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ