ຜູ້ຖືກສົງໄສວ່າISມີແຜນການວາງລະເບີດກໍ່ການຮ້າຍຢູ່ເຢຍລະມັນ

ຜູ້ຖືກສົງໄສວ່າISມີແຜນການວາງລະເບີດກໍ່ການຮ້າຍຢູ່ເຢຍລະມັນ - ảnh 1
(ພາບປະກອບ: petapixel)

(vovworld) - ​ ວັນ​ທີ 21/09 ຕຳຫລວດ​ນະຄອນ Cologne ຂອງ ​ເຢຍລະ​ມັນ ​ໃຫ້​ຮູ້​ວ່າ: ​ເປົ້າ​ໝາຍ​ແມ່ນ​ຊາວ​ລີ້​ໄພ ຊີຣີ ທີ່ຫາ​ກໍ່​ຖືກ​ຈັບ​ຕົວ​ຢູ່​ນະຄອນ​ນີ້ ​ໄດ້ມີ​​ແຜນການວາງ​ລະ​ເບີດ​ກໍ່​ການ​ຮ້າຍ. ຕາມ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ແລ​້ວ, ​ໃນ​ການ​ໂອ້​ລົ​ມ​ຜ່ານ​ທາງ​ອິນ​ເຕີ​ແນັດ, ​ເປົ້າ​ໝາຍ​ອາຍຸ 16 ປີ​ດັ່ງກ່າວ ​ໄດ້​ສະ​ແດງ “ຄວາມກຽມພ້ອມ​ຢ່າງ​ແນ່ນອນ” ​ເພື່ອດຳ​ເນີນ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ: ​ຕາມເນື້ອ​ໃນ​ການ​ໂອ້​ລົມ​ລະຫວ່າງ​ຜູ້​ຖືກ​ສົງ​ໄສ​ນີ້ກັບໝູ່​ຜູ້​ໜຶ່ງ​ຢູ່​ຕ່າງປະ​ເທດ​ແລ້ວ ​ເປົ້າ​ໝາຍ​ຊາວ​ລີ້​ໄພ ຊີຣີ ​ໄດ້​ຮັບບັນດາ “​ຄຳ​ສັ່ງຊີ້​ນຳ​ຢ່າງ​ລະອຽດ​ທີ່​ສຸດ” ​ເພື່ອ​ຜະລິດ​ລະ​ເບີດ​ໃຊ້​ໃນການ​ບຸກ​ໂຈມ​ຕີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວົງ​ການ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນມີພະຍາ​ມຫຼັກ​ຖານ​ໃດໆ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ວ່າ ຜູ້​ຖືກ​ສົງ​ໄສ​ນີ້ ຊອກ​ໄດ້​ວັດຖຸ​ເພື່ອ​ຜະລິດ​ລະ​ເບີດ ​ແລະ ກໍ່​ບໍ່​ມີຂໍ້​ມູນ​ໃດ ກ່ຽວ​ກັບ​ເປົ້າ​ໝາຍລະອຽດ​ຂອງ​ຜູ້​ນີ້​.

ຂ່າວ/ບົດ​ອື່ນ