ຜົນກະທົບຂອງFTAsແລະBITsເຖິງບັນດາຄາດໝາຍພັດທະນາຍາວນານຂອງຫວຽດນາມ

ຜົນກະທົບຂອງFTAsແລະBITsເຖິງບັນດາຄາດໝາຍພັດທະນາຍາວນານຂອງຫວຽດນາມ - ảnh 1
(ພາບປະກອບ:baomoi.com)

(vovworld) –  “ບັນດາ​ກາລະ​ໂອກາດ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມາ​ຈາກ​ບັນດາ​ສັນຍາ​ການ​ຄ້າ​ເສລີ (FTAs) ​ແລະ ບັນດາ​ສັນຍາ​ການ​ລົງທຶນ 2 ຝ່າຍ (BITs​) ອາດ​ຈະ​ກາຍ​ເປັນ​ສິ່ງ​ທ້າ​ທາຍ​ຖ້າ​ຫາກ ຫວຽດນາມ ບໍ່​ມີ​ບັນດາ​ມາດ​ຕະການ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ”. ນີ້​ແມ່ນ​ຂໍ້​ສັງ​ເກດ​ທີ່​ໄດ້​ຍົກ​ອອກ​ມາ​ຢູ່​ກອງ​ປະຊຸມ​ສຳ​ມະ​ນາ “ຜົນ​ກະທົບ​ຈາກບັນດາ​ສັນຍາ​ການຄ້າ​ເສລີ ​ແລະ ສັນຍາ​ການ​ລົງທຶນ 2 ຝ່າຍ​ເຖິງ​ບັນດາ​ຄາດໝາຍ​ພັດທະນາ​ອັນຍາວ​ນານ​ຂອງ​ຫວຽດນາມ-ກໍລະນີ​ຂອງ​ຂະ​ແໜງ​ການ​ປຸງ​ແຕ່ງອາຫານ ​ແລະ ​​ເອເລັກໂຕ​ນິກ”, ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ​ຈັດ​ຕັ້ງ​ໃນ​ວັນ​ທີ 29/6, ຢູ່ ຮ່າ​ໂນ້ຍ. ຂະ​ແໜງ​
ເອ​ເລັກ​ໂຕ​ນິກ ​ແລະ ປຸງ​ແຕ່ງອາຫານ​ແມ່ນ 2 ຂະ​ແໜງ​ສົ່ງ​ອອກ​ຕົ້ນຕໍ​ຂອງ ຫວຽດນາມ. ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ດຣ ຫວໍ​ຈີ໋​ແທ່ງ, ຮອງ​ຫົວໜ້າສະ​ຖາ​ບັນ​ຄົ້ນ​ຄ້ວາ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ, ຖື​ວ່າ:

        ບັນດາ​ສັນຍາ​ທັງ​ໝົດ​ລ້ວນ​ແຕ່​ບໍ່​​ກີດຂວາງ​ເຖິງ​ເລື່ອງລັດ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ກ່ຽວກັບ​ດ້ານ​ສື່ສານ, ດ້ານ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ການ​ພັດທະນາ​ໂຄງ​ປະ​ກອບໂຄງ​ລ່າງ, ການ​ສຶກສາ​ບຳລຸງ​ສ້າງ, ການໜູນ​ຊ່ວຍ​ໃນ​ການ​ຄົ້ນ​ຄ້ວາ, ຜັນ​ຂະຫຍາຍ…ບັນດາ​ນະ​ໂຍບາຍ​ອື່ນໆ ​ເຊິ່ງພວກເຮົາ​​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາອາດ​ຈະ​ອະນຸຍາດ​ໃຫ້ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ກະສິກຳ, ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ໃນ​ລະດັບ​ໃດ​ໜຶ່ງ​ຢ່າງ​ແນ່ນອນ.

ຂ່າວ/ບົດ​ອື່ນ