ຜົນກະທົບຈາກສັງກາດດີຈີຕອນທີ່ມີຕໍ່ຕະຫຼາດແຮງງານ

(VOVWORLD) - ມີຜູ້ແທນທີ່ມາຈາກ 20 ປະເທດ, ບັນດາອົງການຈັດຕັ້ງສາກົນ (ອົງການແຮງງານສາກົນ, ທະນາຄານໂລກ ແລະ ທະນາຄານພັດທະນາ ອາຊີ… ເຂົ້າຮ່ວມກອງປະຊຸມສຳມະນາ).
ຜົນກະທົບຈາກສັງກາດດີຈີຕອນທີ່ມີຕໍ່ຕະຫຼາດແຮງງານ - ảnh 1ກອງປະຊຸມສຳມະນາຈັດຕັ້ງຢູ່ເຫ້ວ

ວັນທີ 24 ກໍລະກົດ, ຢູ່ນະຄອນເຫ້ວ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມການບໍລິການຈັດຫາງານໂລກ (WAPES) ຈັດຕັ້ງກອງປະຊຸມສຳມະນາສາກົນ “ອາຊີບທີ່ນິຍົມຫຼາຍທີ່ສຸດໃນຕະຫຼາດແຮງງານໃນປະຈຸບັນ ແລະ ການຜັນແປພາຍໃຕ້ຜົນກະທົບຂອງສັງກາດ ດີຈີຕອນ - ບົດບາດຂອງການບໍລິການຈັດຫາງານ”. ມີຜູ້ແທນທີ່ມາຈາກ 20 ປະເທດ, ບັນດາອົງການຈັດຕັ້ງສາກົນ (ອົງການແຮງງານສາກົນ, ທະນາຄານໂລກ ແລະ ທະນາຄານພັດທະນາ ອາຊີ… ເຂົ້າຮ່ວມກອງປະຊຸມສຳມະນາ).

        ກອງປະຊຸມສຳມະນາມີ 3 ວາລະປຶກສາຫາລືດ້ວຍເນື້ອໃນຄື: ບັນດາອາຊີບທີ່ນະຍົມຫຼາຍທີ່ສຸດໃນຕະຫຼາດແຮງງານໃນປະຈຸບັນ; ເຮັດແນວໃດເພື່ອເກັບກຳ, ຮັກສາ ແລະ ນຳໃຊ້ພື້ນຖານຂໍ້ມູນກ່ຽວກັບການຮັບສະໝັກ; ການຄາດຄະເນທ່າອ່ຽງວຽກເຮັດງານທຳໃນສັງກາດດີຈີຕອນ ແລະ ບົດບາດຂອງບັນດາອົງການບໍລິການຈັດຫາງານ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືວິທີການແບ່ງປັນ ແລະ ພັດທະນາແຫຼ່ງຂໍ້ມູນຂ່າວສານຂອງຂະແໜງອາຊີບທີ່ນິຍົມທີ່ສຸດ; ກຳນົດບົດບາດ, ຄວາມຮັບຜິດຊອບຂອງການບໍລິການຈັດຫາງານ ໃນການຜັນຂະຫຍາຍວຽກງານເກັບກຳຂໍ້ມູນ, ພັດທະນາ ແລະ ແບ່ງປັນພື້ນຖານຂໍ້ມູນກ່ຽວກັບການຮັບສະໝັກຢູ່ແຕ່ລະປະເທດສະມາຊິກ ກໍ່ຄືຍົກອອກການຄາດຄະເນກ່ຽວກັບວຽກເຮັດງານທຳ, ສະໜອງຂໍ້ມູນຂ່າວສານກ່ຽວກັບທ່າອ່ຽງວຽກເຮັດງານທຳໃນສັງກາດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ