ຜົນກະທົບຈາກເລື່ອງອາເມລິກາແລະຈີນຢຸດຕິສົງຄາມການຄ້າ

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Donald Trump ຫາກໍ່ຖະແຫຼງວ່າ ຈະບໍ່ຈັດວາງພາສີເພີ່ມເຕີມສຳລັບສິນຄ້າຂອງຈີ່ນ, ເຊິ່ງແມ່ນການກະທຳເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ຂອງໂລກ.

ຂໍ້ຕົກລົງດັ່ງກ່າວຂອງທ່ານປະທານາທິບໍດີ D.Trump ທີ່ການພົບປະກັບທ່ານປະທານປະເທດຈີນ ສີຈີ້ນຜິງ ຢູ່ນອກກອງປະຊຸມ G20 ຢູ່ຍີ່ປຸ່ນ ໄດ້ຮັບການກະທົບຕອບຢ່າງຕັ້ງໜ້າຈາກປະຊາຄົມວິສາຫະກິດ.

        ການນຳອາເມລິກາ ແລະ ຈີນ ໄດ້ເປັນເອກະພາບຈະສືບຕໍ່ຈັດການເຈລະຈາ, ຕັ້ງຄວາມຫວັງຄືນຈະບັນລຸໄດ້ຂໍ້ຕົກລົງດ້ານການຄ້າລະຫວ່າງ 2 ປະເທດ. ຂໍ້ຕົກລົງດັ່ງກ່າວໄດ້ສ້າງຄວາມຫວັງໃຫ້ຫຼາຍຄົນທີ່ວ່າ ການເຈລະຈາລະຫວ່າງອາເມລິກາ - ຈີນ ຈະເລີ່ມດຳເນີນໂດຍໄວ ພາຍຫຼັງຖືກຢຸດສະງັກມາເປັນເວລາ 2 ເດືອນ, ເຊິ່ງໄດ້ພາໃຫ້ທ່ານປະທານາທິບໍດີ D.Trump ເພີ່ມອັດຕາພາສີສຳລັບສິນຄ້າຂອງຈີນ ແລະ ລົງໂທດກຸ່ມບໍລິສັດ Huawei ຂອງຈີນ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນແມ່ນບໍ່ທັນຢັ້ງຢືນໄດ້ວ່າ ສະພາບຢຸດຕິສົງຄາມການຄ້າຈະແກ່ຍາວຮອດເວລາໃດ.

ຕອບກັບ

ຂ່າວ/ບົດ​ອື່ນ