ຜົນ​ກະ​ທົບ​ສອງ​ສົ້ນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ຕໍ່​ພາກ​ພື້ນ ອາ​ຊຽນ

(VOVWORLD) - ເປັນເວລາສອງປີກວ່າທີ່ຮັບມືກັບໂລກລະບາດໂຄວິດ - 19 ແບບບໍ່ເຄີຍມີມາກ່ອນ, 10 ປະເທດສະມາຊິກ ອາຊຽນ ພວມສືບຕໍ່ມານະພະຍາຍາມແນໃສ່ຈຳກັດຜົນກະທົບບໍ່ດີຈາກວິກິດການນີ້. ຍຸດທະສາດເຊື່ອມໂຍງເສດຖະກິດພາກພື້ນ ຂອງ ອາຊຽນ ໄດ້ມີການປ່ຽນແປງຫຼາຍຢ່າງ. 

ນີ້ແມ່ນຂໍ້ສັງເກດໃນບົດຂຽນທີ່ໄດ້ເອົາລົງໃນເວັບໄຊ thinkglobalhealth.org. ບົດຂຽນດັ່ງກ່າວໄດ້ເນັ້ນໜັກວ່າ ເຖິງວ່າ, ໂລກລະບາດໄດ້ກໍ່ຜົນເສຍຫາຍຕໍ່ພື້ນຖານເສດຖະກິດໃນຂອບຂະໜາດໃຫຍ່ກໍຕາມ, ແຕ່ສິ່ງດັ່ງກ່າວໄດ້ກາຍເປັນກຳລັງໜຊຸກຍູ້ໃຫ້ ອາຊຽນ ປ່ຽນແປງວິທີການສຳຜັດຕໍ່ການເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ. ບັນດາປະເທດສະມາຊິກໄດ້ສ້າງ ແລະ ປະຕິບັດແຜນການຟື້ນຟູເສດຖະກິດໃນທົ່ວພາກພື້ນ.

ຜົນ​ກະ​ທົບ​ສອງ​ສົ້ນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ຕໍ່​ພາກ​ພື້ນ ອາ​ຊຽນ - ảnh 1 (ພາບປະກອບ: ASEAN SAS)
 ໂຄວິດ - 19 ກໍໄດ້ຊຸກຍູ້ບັນດາສະມາຊິກ ອາຊຽນ ຍອມຮັບການຫັນເສດຖະກິດເປັນດີຈີຕອນຢ່າງຮອບດ້ານ ແລະ ວ່ອງໄວກວ່າ. ບົດຂຽນດັ່ງກ່າວກໍຖືວ່າ ຜົນກະທົບຈາກໂລກລະບາດໂຄວິດ - 19 ທີ່ມີຕໍ່ພື້ນຖານເສດຖະກິດຂອງແຕ່ລະປະເທດ ແລະ ຕໍ່ການເຊື່ອມໂຍງເສດຖະກິດໃນພາກພື້ນ ໄດ້ບັງຄັບ ໃຫ້ ອາຊຽນ ປ່ຽນແປງຍຸດທະສາດໃນຄວາມມານະພະຍາຍາມ ແນໃສ່ຊຸກຍູ້ການຄ້າ, ການລົງທຶນ ແລະ ເຕີບໂຕເສດຖະກິດລະຫວ່າງບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ