​ຜົນ​ການ​ວິ​ໄຈ​ ແຢນ ຂອງ​ບັນ​ດາ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ - 19 ຢູ່ ແຂວງ ຫວິງ​ຝຸກ ແມ່ນ ໄວ​ຣັດ​ສາຍ​ພັນ​ໃໝ່​​ຢູ່ ອິນ​ເດຍ

(VOVWORLD) -ບັນດາຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ - 19 ຢູ່ ແຂວງ ຫວິງຝູກ ແມ່ນໄວຣັດສາຍພັນໃໝ່ ຢູ່ ອິນເດຍ. 
​ຜົນ​ການ​ວິ​ໄຈ​ ແຢນ ຂອງ​ບັນ​ດາ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ - 19 ຢູ່ ແຂວງ ຫວິງ​ຝຸກ ແມ່ນ ໄວ​ຣັດ​ສາຍ​ພັນ​ໃໝ່​​ຢູ່ ອິນ​ເດຍ - ảnh 1(ພາບປະກອບ: vov.vn)

ວັນທີ 4 ພຶດສະພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຜົນການວິໄຈ ແຢນ ຂອງບັນດາກໍລະນີຕິດເຊື້ອໂຄວິດ - 19 ໃໝ່ ໂດຍສະຖາບັນອະນາໄມລະບາດວິທະຍາສູນກາງປະຕິບັດ ໄດ້ຊີ້ໃຫ້ເຫັນວ່າ ບັນດາຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ - 19 ຢູ່ ແຂວງ ຫວິງຝູກ ແມ່ນໄວຣັດສາຍພັນໃໝ່ ຢູ່ ອິນເດຍ. ຢູ່ແຂວງ ຮ່ານາມ, ຮຶງອຽນ, ຮ່າຕິງ ລ້ວນແຕ່ໃຫ້ໝາກຜົນວ່າແມ່ນໄວຣັດສາຍພັນໃໝ່ຢູ່ ອັງກິດ. ການວິໄຈ ແຢນຂອງຜູ້ຫາກໍ່ຕິດເຊື້ອໂຄວິດ - 19 ນີ້ ຈະຊ່ວຍໃຫ້ອົງການມີໜ້າທີ່ສາມາດຕີລາຄາໄດ້ລະດັບຄວາມສ່ຽງ, ຈາກນັ້ນ ມີມາດຕະການສະກັດກັ້ນ, ປ້ອງກັນ ແລະ ຕ້ານໂລກລະບາດໃຫ້ເໝາະສົມ.


ຕອບກັບ

ຂ່າວ/ບົດ​ອື່ນ