ຜົນການເລືອກຕັ້ງດູມາ ແຫ່ງຊາດລັດເຊຍ

   ຕາມ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ສະຫະພັນລັດ​ເຊຍ​ແລ້ວ, ວັນ​ທີ 5/12, ຕາມ​ຂ່າວ​ຈາກ​ຄະນະ​ກຳມະການ​ເລືອກ​ຕັ້ງສູນ​ກາງ​ລັດ​ເຊຍ, ພາຍຫລັງ​ໄດ້​ນັບ​ບັດ​ຈຳນວນ 95,71%, ພັກ​ກຳ​ອຳນາດລັດ​ເຊຍ​ເອກະ​ພາບຍັງ​ນຳ​ໜ້າ​ໃນ​ການ​ເລືອກ​ຕັ້ງດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ ຫລື​ສະພາ​ຕ່ຳ​ລັດ​ເຊຍ ຊື່​ງຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 4/12. ພັກ​ປະ​ເທດ​ລັດ​ເຊຍ​ເອກະ​ພາບບັນລຸ​ໄດ້​​ບັດ​ສະ​ໜັບສະ​ໜູນ 49,54% ​ແລະ​ຈະ​ມີ 238 ທີ່​ນັ່ງ ໃນ​ຈຳນວນ 450 ທີ່​ນັ່ງ; ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ 19,16% ​ແລະ 92 ທີ່​ນັ່ງ, ພັກ​ປະ​ເທດ​ລັດ​ເຊຍ​ຍຸດຕິ​ທຳແມ່ນ 13,12% ​ແລະ 64 ທີ່​ນັ່ງ; ພັກ​ເສລີ​ປະຊາທິປະ​ໄຕລັດ​ເຊຍ 11,66% ​ແລະ 56 ທີ່​ນັ່ງ. ພາຍຫລັງ​ມີ​ຜົນ​ຂອງການ​ເລືອກ​ຕັ້ງ​ໃນ​ເບື້ອງ​ຕົ້ນ, ປະທານາທິບ​ດີ​ລັດ​ເຊຍ D.Metvedev ​ແລະ​ນາຍົກລັດຖະມົນຕີລັດ​ເຊຍ V.Putin ​ໄດ້​ໄປ​ຢ້ຽມຢາມ​ສຳນັກງານ​ກອງ​ເສນາ​ທິການ​ເລືອກ​ຕັ້ງຂອງພັກ​ປະ​ເທດ​ລັດ​ເຊຍ​ເອກະ​ພາບຢູ່​ມົດ​ສະ​ກູ. ທັງ​ສອງ​ທ່ານ​ລ້ວນ​ແຕ່​ຖື​ວ່າ ພັກ​ປະ​ເທດ​ລັດ​ເຊຍ​ເອກະ​ພາບ​ແມ່ນ​ກຳລັງ​ການ​ເມືອງ​ເຂັ້ມ​ແຂງ​ທີ່​ສຸດ ​ໃນ​ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ​ຊຸດ​ໃໝ່.

​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ສະຫະພັນລັດ​ເຊຍ​

ຂ່າວ/ບົດ​ອື່ນ