ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ສິງ​ກະ​ໂປ ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -

ຕອນເຊົ້າວັນທີ 21 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ Vivian Balakrishnan .

ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ສິງ​ກະ​ໂປ ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1

(ພາບ: ກະຊວງການຕ່າງປະເທດ)

ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ Vivian Balakrishnan ໄດ້ເດີນທາງໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍຂັ້ນສູງ ເວທີປາໄສຮ່ວມມື ອາຊີ-ເອີລົບ (ASEM)  ແຕ່ວັນທີ 20-23 ມິຖຸນາປີ 2021.

ຕອນເຊົ້າວັນທີ 21 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ Vivian Balakrishnan .

ທ່ານລັດຖະມົນຕີກະຊວງການຕ່າງປະເທດ Vivian Balakrishnan ໄດ້ຢືນຢັນວ່າ ຍາມໃດ ສິງກະໂປ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນມິດຕະພາບ, ການຮ່ວມມືຢ່າງມີປະສິດທິຜົນກັບຫວຽດນາມ; ເຫັນດີຈະຊຸກຍຸ້ກຸ່ມປະຕິບັດງານສ້າງຂໍ້ຕົກລົງຮັບຮູ້ຊື່ງກັນ ແລະ ກັນ ກ່ຽວກັບໃບຢັ້ງຢືນວັກຊິນກັນພະຍາດໂຄວິດ 19.

ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບ ຈະສົມທົບກັນຢ່າງແໜ້ນແຟ້ນ ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ຂັ້ນຕ່າງໆ, ຮັກສາບັນດາກົນໄກຮ່ວມມື…

ລັດຖະມົນຕີສອງທ່ານຍັງແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນຕ່າງກໍ່ມີຄວາມສົນໃຈ; ຢືນຢັນຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນບັນດາອົງການຈັດຕັ້ງ ແລະ ເວທີປາໄສສາກົນ ແລະ ພາກພື້ນ ກໍ່ຄືໃນວິວັດການໃຫ້ສັດຕະຍາບັນ ແລະ ປະຕິບັດບັນດາສັນຍາການຄ້າເສລີລຸ້ນໃໝ່ຄື ສັນຍາການຄ້າຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ລັດຖະມົນຕີສອງທ່ານ ຍົກສູງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ປະຕິບັດກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ສິ້ນສຸດການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ກ່ຽວກັບການບຳລຸງສ້າງໃຫ້ແກ່ພະນັກງານຂັ້ນສູງຂອງພັກກອມມູນິດຫວຽດນາມ ໄລຍະ 2021-2023, ປະກອບສ່ວນສຳຄັນເຂົ້າໃນການຍົກສູງຄວາມສາມາດໃຫ້ແກ່ຖັນແຖວພະນັກງານຂັ້ນສູງຂອງຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ