ຜັນຂະຫຍາຍຍຸດທະສາດປ້ອງກັນ,ຕ້ານວັນນະໂລກຮອດປີ2020

ຜັນຂະຫຍາຍຍຸດທະສາດປ້ອງກັນ,ຕ້ານວັນນະໂລກຮອດປີ2020 - ảnh 1
ໃຫ້ຄຳປຶກສາກ່ຽວກັບການປ້ອງກັນ, ຕ້ານວັນນະໂລກ
(ພາບ: Dương Ngọc - TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 21/3, ຢູ່ ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸ​ມຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ປ້ອງ​ກັນ, ຕ້ານ​ວັນນະ​ໂລກຮອດ​ປີ 2020, ວິ​ໄສ​ທັດປີ 2030.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ​້ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລະບົບ​ປ້ອງ​ກັນ, ຕ້ານ​ວັນ​ນະ​ໂລກ​ທຸກ​ຂັ້ນ​ໃນ​​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ອົງການ​ຈັດ​ຕັ້ງ​ມະຫາຊົນທຸກ​ຂັ້ນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງສືບ​ຕໍ່​ປະຕິບັດບັນດາ​ລາຍການ​ກ່ຽວຂ້ອງ ຖື​​ເນື້ອ​ໃນ​ປ້ອງ​ກັນ, ຕ້ານວັນນະ​ໂລກ ​ແມ່ນ​ໜ້າ​ທີ່​ສຳຄັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຮຽກຮ້ອງ​ວ່າ:

        “ກ່ອນ​ອື່ນ​ໝົດ, ພວກ​ເຮົາ​ຕ້ອງ​ກຳນົດ​ໄດ້​ຈຳນວນ​ຜູ້​ຕິດພະຍາດ​ວັນນະ​ໂລກ​ໃນ​ວົງ​ຄະນະ​ຍາດ ຖ້າ​ຫາກ​ບັນດາ​ຜູ້​ຕິດພະຍາດ ບໍ່​ກ້າ​ເປີ​ດ​ເຜີຍ ຫຼື ບໍ່​ຮູ້​ວ່າ​ຕົນ​ເອງ​ຕິດພະຍາດ ມັນ​ຈະ​ຕິດ​ແປດ​ສູ່​ຄົນ​ອື່ນ. ຄວນ​ຄິດ​ໄລ່​ບັນດາ​ວິທີ​ການ​ລະອຽດ​ເພື່ອ​ພົບ​ເຫັນບັນດາ​ຜູ້​ຕິ​ດພະຍາດ​ວັນນະ​ໂລກ​ໃນ​ທັນທີ​ເພື່ອ​ຕິດຕາມ​ກວດກາ, ສະ​ກັດ​ກັ້ນ​ບໍ່​ປະ​ໃຫ້​ແຜ່​ລາມ​ອອກ​ສູ່​​ວົງ​ຄະນະ​ຍາດ. ຂ້າພະ​ເຈົ້າ​ສະ​ເໜີ​ວ່າ: ຕ້ອງ​ຮັບ​ການ​ກັນ​ຢຸກຢາ​ສຳລັບ​ພະຍາດ​ນີ້.”

        ປະຈຸ​ບັນ​ຢູ່​ຫວຽດນາມ, ​​ແຕ່ລະ​ປີ​ໃນທົ່ວ​ປະ​ເທດມີ​ຜູ້ຕິດ​ພະຍາດ​ວັນນະ​ໂລກ​ໃໝ່​ປະມານ 130.000 ຄົນ, ພິ​ເສດມີ​ຜູ້​ເສຍ​ຊີວິດ​​ຍ້ອນ​ພະຍາດ​ວັນນະ​ໂລກຂຶ້ນ​ເຖິງ 18.000 ຄົນ. ຫວຽດນາມ ວາງ​ຈຸດໝາຍ​ຮອດ​ປີ 2015 ​– 2020 ຫລຸດຜ່ອນ​ອັດຕາ​ຜູ້​ຕິດພະຍາດ​ວັນນະ​ໂລກ​ລົງ 30%, ຫລຸດ​ຜ່ອນ​ອັດຕາ​ການ​ຕາຍຍ້ອນ​ພະະຍາດ​ວັນນະ​ໂລກ​ລົງ 40%.

 




ຂ່າວ/ບົດ​ອື່ນ