ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວກັບ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ

(VOVWORLD) - ວັນທີ 16 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ລັດຖະບານ ຈັດຕັ້ງກອງປະຊຸມຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ ຂອງຊຸມເດືອນທ້າຍປີ 2020 ແລະ 2021.
ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວກັບ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ - ảnh 1ກອງປະຊຸມຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ ຂອງຊຸມເດືອນທ້າຍປີ 2020 ແລະ 2021 (ພາບ: VGP)

        ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 (ເຊິ່ງຈະດໍາເນີນໃນເດືອນຕຸລາ 2020), ສະພາແຫ່ງຊາດຈະພິຈາລະຈາ, ຮັບຮອງເອົາກົດໝາຍ 6 ສະບັບ, ຮ່າງມະຕິ 01 ສະບັບ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍອື່ນໆ 04 ສະບັບ. ຄະນະປະຈໍາສະພາແຫ່ງຊາດ ຈະພິຈາລະນາຮ່າງລັດຖະບັນຍັດວ່່າດ້ວຍບຸລິມະສິດສໍາລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

        ກ່ຽວກັບໂຄງການເຄື່ອນໄຫວປີ 2021, ໃນກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 14 ຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 04 ສະບັບທີ່ໄດ້ປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 10.


ຕອບກັບ

ຂ່າວ/ບົດ​ອື່ນ