ຜັນຂະຫຍາຍແຜນການ ມອບຂອງຂວັນໃຫ້ແກ່ ຜູ້ທຸກຍາດໃນໂອກາດ ບຸນປີໃຫມ່ປະຈຳຊາດ

ຜັນຂະຫຍາຍແຜນການ ມອບຂອງຂວັນໃຫ້ແກ່ ຜູ້ທຸກຍາດໃນໂອກາດ ບຸນປີໃຫມ່ປະຈຳຊາດ      - ảnh 1
ການເຄື່ອນໄຫວເພື່ອຄົນທຸກຍາກໃນໂອກາດບຸນປີໃຫມ່ປະຈຳຊາດ
ພາບປະກອບ: ອິນເຕີແນັດ

(vovworld) - ວັນ​ທີ 9/1, ສູນ​ກາງ​ສະພາ​ກາ​ແດງ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໂດຍ​ປະຕິບັດ​ໂຄງການ “ບຸນປີ​ໃຫມ່​ປະຈຳ​ຊາດ​ເພື່ອ​ຄົນທຸກ​ຍາກ ​ແລະ ຜູ້​ປະສົບ​​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ” ​​ປີ​ມະ​ເສ​ງ 2013, ມາ​ຮອດ​ປະຈຸ​ບັນ, ບັນດາ​ແຂວງ, ສະພາກາ​ແດງ​ສາຂາ​ນະຄອນ ​ໄດ້​ຈົດ​ທະບຽນ​ມອບ​ຂອງ​ຂວັນ​ໃຫ້​ແກ່​​ເປົ້າ​ໝາຍ​ດັ່ງກ່າວ 1.100.000 ພຸດ. ນອກ​ນັ້ນ, ສະພາ​ກາ​ແດງ​ບາງ​ທ້ອງ​ຖິ່ນ​ຍັງ​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ອື່ນ​ຄື: ກວດ​ພະຍາດ, ສະຫນອງ​ຢຸກຢາ​ໂດຍ​ບໍ່​ເສຍ​ຄ່າ, ມອບ​ລົດ​ເຂັນ. ທ່ານ ບູ່​ຍ​ເຕີນ​ຕຽນ, ປະທານ​ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ ​ແຂວງ ນາມ​ດີ້​ງ ​ໃຫ້​ຮູ້​ວ່າ:

        “​ແນວ​​ໂຮມ​ປະ​ເທດ​ຊາດ ​ແຂວງ ​ໄດ້​ຫັກ​ເງິ​ນຈາກ​ກອງ​ທຶນ​ປະມານ 100 ລ້ານ​ດົ່ງ​ເພື່ອ​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ບັນດາ​ສູນ​ເດັກ​ພິການ, ​ເດັກ​ກຳພ້າ. ພວກ​ຂ້າພະ​ເຈົ້າ​ຈະ​ລົງ​ຢື້​ຢາມ​ຖາມ​ຂ່າວ​ບັນດາ​ຄອບຄົວ​ທຸກ​ຍາກຢູ່​​​ບັນດາເມືອງ, ຮາກ​ຖານ. ​ແນວ​​ໂຮມ​ປະ​ເທດ​ຊາດ​ແຂວງກໍ​ຫັກ​ແຫ​ລ່ງງົບປະມານ​ເພື່ອ​ໄປ​ຢ້ຽມຢາມ, ລະດົມ​ກຳລັງ​ໃຈ​ບັນດາ​ຄອບຄົວ​ທຸກ​ຍາກ.”

 

ຂ່າວ/ບົດ​ອື່ນ