ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍໄລຍະ 2021 – 2030

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ເຊັນຂໍ້ຕົກລົງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດວ່າດ້ວຍການອະນຸມັດຜ່ານແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະປີ 2021 – 2030.
ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍໄລຍະ 2021 – 2030 - ảnh 1 (ພາບປະກອບ/TTXVN)

        ກ່ອນໜ້ານັ້ນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາມະຕິຂອງສະພາແຫ່ງຊາດວ່າດ້ວຍການໃຫ້ອະນຸມັດແຜນນະໂຍບາຍການລົງທຶນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ-ສັງຄົມ ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະປີ 2021 – 2030. ມະຕິສະບັບດັ່ງກ່າວມີຈຸດປະສົງແມ່ນ ຄ່ອຍໆຮັດແຄບຄວາມແຕກໂຕນກັນກ່ຽວກັບລະດັບຄ່າຄອງຊີບ, ລາຍຮັບຂອງພໍ່ແມ່ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ເມື່ອທຽບໃສ່ລະດັບສະເລ່ຍລວມຂອງທົ່ວປະເທດ; ສູ້ຊົນຮອດປີ 2025 ໃຫ້ມີຈຳນວນບ້ານ, ຕາແສງຫຍຸ້ງຍາກເປັນພິເສດຫລຸດລົງ 50%; ຮອດປີ 2030 ຈະບໍ່ໃຫ້ມີບ້ານ, ຕາແສງຫຍຸ້ງຍາກເປັນພິເສດອີກໂດຍພື້ນຖານ.

ຕອບກັບ

ຂ່າວ/ບົດ​ອື່ນ