ຜັນຂະຫຍາຍໜ້າທີ່ດັດປັບແຜນຜັງນະຄອນຫຼວງ ຮ່າໂນ້ຍ ໂດຍໄວ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ນະຄອນ ຮ່າໂນ້ຍ ສ້າງຮ່າງໂຄງການດັດປັບແຜນຜັງນະຄອນຫຼວງ ຮ່າໂນ້ຍ ຮອດປີ 2045, ວິໄສທັດຮອດປີ 2065 ໃຫ້ສົມບູນແບບໂດຍໄວ.
ຜັນຂະຫຍາຍໜ້າທີ່ດັດປັບແຜນຜັງນະຄອນຫຼວງ ຮ່າໂນ້ຍ ໂດຍໄວ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນກອງປະຊຸມ)

        ຕອນບ່າຍວັນທີ 13 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມພິຈາລະນາໜ້າທີ່ດັດປັບ ແຜນຜັງນະຄອນຫຼວງ ຮ່າໂນ້ຍ ຮອດປີ 2045, ວິໄສທັດຮອດປີ 2065.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ນະຄອນ ຮ່າໂນ້ຍ ສ້າງຮ່າງໂຄງການດັດປັບແຜນຜັງນະຄອນຫຼວງ ຮ່າໂນ້ຍ ຮອດປີ 2045, ວິໄສທັດຮອດປີ 2065 ໃຫ້ສົມບູນແບບໂດຍໄວ. ໃນນັ້ນ, ກຳນົດວິໄສທັດ, ເປົ້າໝາຍ ແລະ ກຳລັງໜູນການພັດທະນາຂອງນະຄອນຫຼວງໃນອະນາຄົດ ທຽບເທົ່າກັບນະຄອນຫຼວງຂອງບັນດາປະເທດພັດທະນາຢູ່ພາກພື້ນ ແລະ ໃນໄລກ. ແຜນຜັງຕ້ອງເອົາໃຈໃສ່ເປັນພິເສດເຖິງເຂດໃຕ້ດິນ ແລະ ພື້ນຖານໂຄງລ່າງໃຕ້ດິນ; ກຳນົດທິດເປີດກວ້າງພັດທະນາເຂດຕົວເມືອງໃໝ່. ສ້າງເຄືອຂ່າຍຄົມມະນາຄົມເປັນຫຼາຍຮູບຫຼາຍແບບ.

ຕອບກັບ

ຂ່າວ/ບົດ​ອື່ນ