ຜູ້ນຳໜຸ່ມ 120 ຄົນຢູ່ອາຊີຕາເວັນອອກສ່ຽງໃຕ້ປະກອບມີຂໍ້ລິເລີ່ມປົກປັກຮັກສາສິ່ງແວດລ້ອມເຂດທົ່ງພຽງແມ່ນ້ຳຂອງ

(VOVWORLD) -ວັນທີ 05 ມິຖຸນາ, ຢູ່ເກິນເທີ, ຄະນະຜູ້ແທນພະນັກງານການທູດອາເມລິກາ ປະຈຳຫວຽດນາມ ພ້ອມກັບສູນສ້າງແຫຼ່ງພັດທະນາຊັບພະຍາກອນມະນຸດປະຊາຄົມ ຂຶ້ນກັບມະຫາວິທະຍາໄລ ອານຢາງ ໄດ້ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາ “ຂໍ້ລິເລີ່ມຂອງຜູ້ນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້: ປົກປັກຮັກສາສິ່ງແວດລ້ອມເຂດທົ່ງພຽວແມ່ນ້ຳຂອງທາງພາກໃຕ້ຫວຽດນາມ”.

ຜູ້ນຳໜຸ່ມ 120 ຄົນຢູ່ອາຊີຕາເວັນອອກສ່ຽງໃຕ້ປະກອບມີຂໍ້ລິເລີ່ມປົກປັກຮັກສາສິ່ງແວດລ້ອມເຂດທົ່ງພຽງແມ່ນ້ຳຂອງ - ảnh 1 ກອງປະຊຸມສຳມະນາ

(ພາບ: tapchicongsan.org.vn)

ກອງປະຊຸມໂດຍມີການເຂົ້າຮ່ວມຂອງຜູ້ແທນ 120 ຄົນ ທີ່ມາຈາກ 10 ປະເທດອາຊຽນ, ຖືກດຳເນີນໃນລະຫວ່າງວັນທີ 05 – 09 ມິຖຸນາ. ບັນດາຜູ້ແທນໄດ້ຄົ້ນຄວ້າ ແລະ ສັງເກດບັນດາຜົນສະທ້ອນໃໝ່ສຸດຈາກບັນດາການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ໃຫ້ຂໍ້ສັງເກດບັນດາການກະທົບໂດຍກົງເຖິງລາຍຮັບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືການພັດທະນາເສດຖະກິດຂອງພາກພື້ນ. ຈາກນັ້ນ, ຍົກອອກບັນດາຂໍ້ລິເລີມ, ຂໍ້ສະເໜີເພື່ອແນໃສ່ຫຼຸດຜ່ອນຄວາມເສຍຫາຍ, ບັນດາຮູບແບບຊ່ວຍປະຊາຊົນໃນເຂດພັດທະນາເສດຖະກິດ, ການດຳລົງຊີວິດແບບຍືນຍົງໃນເງື່ອນໄຂການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ