ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກວັກເວື້ອງ ພົບປະກັບຜູ້ມີສິດເລືອກຕັ້ງແຂວງອຽນບ໊າຍ

(VOVWORLD) -ຕອນບ່າຍວັນທີ 25 ພະຈິກ, ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກວັກເວື້ອງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາຕາແສງ: ຈ້າມເຕົ໋າ, ປ໊າເລົາ, ປ໊າຮູ ແລະ ຕູກດ໊ານຂອງເມືອງ ຈ້າມເຕົ໊າ, ແຂວງອຽນບ໊າຍ.
ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກວັກເວື້ອງ ພົບປະກັບຜູ້ມີສິດເລືອກຕັ້ງແຂວງອຽນບ໊າຍ - ảnh 1 (ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກວັກເວື້ອງ ພົບປະກັບຜູ້ມີສິດເລືອກຕັ້ງແຂວງອຽນບ໊າຍ)

ເຂົ້າຮ່ວມການພົບປະຄັ້ງນີ້ຍັງມີຜູ້ຕາງໜ້າຄະນະສະມາຊິກສະພາແຫ່ງຊາດແຂວງອຽນບ໊າຍ ແລະ ການນຳແຂວງອຽນບ໊າຍ. ທີ່ການພົບປະ, ຄະນະສະມາຊິກສະພາແຫ່ງຊາດແຂວງອຽນບ໊າຍ ໄດ້ລາຍງານກັບສະມາຊິກສະພາແຫ່ງຊາດກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກວັກເວື້ອງ ຊີ້ແຈ້ງວ່າ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ສະຫງວນບຸລິມະສິດໃຫ້ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນການພັດທະນາເສດຖະກິດ, ບືນຕົວຂຶ້ນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ຢັ້ງຢືນຄວາມຕັດສິນໃຈຢ່າງສູງຂອງພັກ ໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ພະນັກງານສະມາຊິກພັກ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ