ຜູ້ປະຈຳການຄະນະເລຂາສູນກາງພັກເລຮົ່ງແອງເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນ

ຜູ້ປະຈຳການຄະນະເລຂາສູນກາງພັກເລຮົ່ງແອງເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນ - ảnh 1
ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ ທ່ານ​ເລ​ຮົ່ງ​ແອ​ງ

(vovworld)​ ​- ​ ຕອນ​ເຊົ້າ​ວັນ​ທີ 3/10, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ ທ່ານ​ເລ​ຮົ່ງ​ແອ​ງ ​ເຂົ້າ​ຮ່ວມ​ພິທີ​​ໄຂ​ສົກຮຽນ​ໃໝ່​ຢູ່​ມະຫາວິທະຍາ​ໄລ​ກົດໝາຍ​ນະຄອນ​ໂຮ່​ຈິ​ມິນ. ນີ້​ແມ່ນ​ໜຶ່ງ​ໃນມະຫາວິທະຍາ​ໄລ​ 2 ແຫ່ງ​ທີ່​ກົມ​ການ​ເມືອງ ກຳນົດ​ແມ່ນຈຸດ​ສຸມ​ໃນ​ການ​ບຳລຸງ​ສ້າງ​ພະນັກງານ​ກົດ​ໝາຍ ​ເພື່ອ​ຮັບ​ໃຊ້ຍຸດ​ທະ​ສາດ​ປະຕິ​ຮູບດ້ານ​ກົດໝາຍ​.

        ກ່າ​ວຄຳ​ເຫັນ​ທີ່​ພິທີ​​ໄຂ​ສົກຮຽນ, ຜູ້​ປະຈຳການຄະນະ​ເລຂາ​ສູນ​ກາງ​ພັກ ​ທ່ານເລ​ຮົ່ງ​ແອ​ງ ສະ​ເໜີ​ໃຫ້​​ໂຮງຮຽນ​ຕ້ອງ​ປ່ຽນ​ໃໝ່​ຈິນຕະນາການ, ​ແນວຄິດ, ການຈັດ​ຕັ້ງປະຕິບັດ, ​ເນື້ອ​ໃນ​ບຳລຸງ​ສ້າງ, ວິທີ​ສິດສອນ ​ແລະ ພິ​ເສດ​ແມ່ນ​ການບຳລຸງ​ສ້າງ​ກົດ​ໝາຍ​ຕ້ອງ​ຕິດ​ພັນ​ກັບ​ພຶດຕິ​ກຳຕົວ​ຈິງ.

        ຄະນະພັກ, ຄະນະ​ອຳນວຍ​ການ, ບັນດາ​ຄູ​ອາຈານ ​ແລະ ນັກ​ສຶກສາ ຂອງ​ໂຮງຮຽນ​ຕ້ອງ​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ, ຫັນ​ເປັນ​ລະອຽດ ​ແລະ​ ປະຕິບັດມະຕິ​ສູນ​ກາງຄັ້ງ 8 ຊຸດ​ທີ 11 ກ່ຽວ​ກັບ​ການປ່ຽນ​ໃໝ່ການ​ສຶກສາ-​ບຳລຸງ​ສ້າງ​ໂດຍ​ພຶ້ນຖານ ​ແລະ ຮອບດ້ານ ຢ່າງ​ເຂັ້ມງວດ, ​ ​ປ່ຽນ​ໃໝ່​ວິທີ​ສິດສອນ ​ແລະ ຮຳ່ຮຽນ​ຕາມ​ທິດ​ທັນ​ສະ​ໄໝ​​. ພ້ອມ​ທັງ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​​ໃນການ​ຄົ້ນ​ຄ້ວາ​ວິທະຍາສາດ; ຕິດ​ພັນ​ການບຳລຸງ​ສ້າງກັບ​ການຄົ້ນ​ຄ້ວາ, ໂຮງຮຽນ​ກັບ​ບັນດາ​ອົງການ​ຍຸຕິ​ທຳ ຢ່າງ​ແໜ້ນ​ແຟ້ນ .

 


ຂ່າວ/ບົດ​ອື່ນ