ຜູ້ປະຈຳຄະນະເລຂາສູນກາງພັກພົບປະກັບນັກທຸລະກິດດີເດັ່ນສະຫະສະມາຄົມວິສາຫະກິດຂະຫນາດກາງແລະນ້ອຍ

ຜູ້ປະຈຳຄະນະເລຂາສູນກາງພັກພົບປະກັບນັກທຸລະກິດດີເດັ່ນສະຫະສະມາຄົມວິສາຫະກິດຂະຫນາດກາງແລະນ້ອຍ - ảnh 1
ທ່ານ ເລ​ຮົ່ງ​ແອງຜູ້​ປະ​ຈຳ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ
ພາບ:dantri.com
(vovworld)-  ຕອນ​ບ່າຍ​ວັນ​ທີ 23/11 ຢູ່​ຮ່າ​ໂນ້ຍ, ທ່ານ ເລ​ຮົ່ງ​ແອງ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ໄດ້​ພົບ​ປະ​ກັບ​ບັນ​ດາ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ​ດີ​ເດັ່ນ ຂຶ້ນ​ກັບ​ສະ​ຫະ​ສະ​ມາ​ຄົມ​ຂະ​ຫນາດ​ກາງ ແລະ ນ້ອຍ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຫະ​ສະ​ມາ​ຄົມ. ນະ​ທີ່ນີ້ ທ່ານ ເລ​ຮົ່ງ​ແອງ ໄດ້​ສະ​ເຫນີ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ແນວ​ໂຮມ​ປະ​ເທດ​ຊາດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ຈົ່ງ​ຊ່ວຍ​ເຫລືອ, ສ້າງ​ເງື່ອນ​ໄຂ​ເພື່ອ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ຫວຽດ​ນາມ ສ້າງ​ຖັນ​ແຖວ​ນັກ​ທຸ​ລະ​ກິດ​ເຕີບ​ໃຫຍ່​ເຂັ້ມ​ແຂງ, ມີ​ປະ​ສິດ​ທິ​ຜົນ, ກຳ​ລັງ​ແກ້ງ​ແຍ້ງ​ສູງ, ຮ່ວມ​ສຳ​ພັນ​ຢ່າງ​ແຫນ້ນ​ແຟ້ນ, ເຂົ້າ​ຮ່ວມ​ຢ່າງຕັ້ງ​ຫນ້າ​ເຂົ້າ​ກັບ​ລ​ະ​ບົບ​ມູ​ນ​ຄ່າ​ພາຍ​ໃນ​ປະ​ເທດ ແລະ ທົ່ວ​ໂລກ, ສູ້​ຊົນ​ຮອດ​ປີ 2020 ມີ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ​ຈຳ​ນວນ​ຫນຶ່ງ​ມີ​ເຄື່ອງ​ໝາຍ​ລະ​ດັບ​ພາກ​ພື້ນ.
ຂ່າວ/ບົດ​ອື່ນ