ຜູ້ມີສິດເລືອກຕັ້ງ ຢູ່Venezuelaໄປປ່ອນບັດເລືອກຕັ້ງປະທານາທິບໍດີ

 ຜູ້ມີສິດເລືອກຕັ້ງ    ຢູ່Venezuelaໄປປ່ອນບັດເລືອກຕັ້ງປະທານາທິບໍດີ - ảnh 1
ວຽກ​ງານກະ​ກຽມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ
ພາບ:internet

(vovworld) -  ວົງ​ການ​ເຈົ້າ​ຫນ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ Venezuela ​ໃຫ້​ຮູ້​ວ່າ: ມີ​ສະຖານ​ທີ​່ປ່ອນ​ບັດ​ເກືອບ 14.000 ​ແຫ່ງ​ໄດ້​ກຽມພ້ອມ​​​ແກ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ່​ປະ​ເທດ​ນີ້​ໃນ​ວັນ​ທີ 14/4. ກ່າວ​ຄ​ຳ​ເຫັນ​ພາຍຫລັງ​ການ​ພົບ​ປະ​ກັບ​ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ Tibisay Lucena, ຜູ້​ບັນຊາ​ການ​ເຄື່ອນ​ໄຫວ​ຍຸດ​ທະ​ສາດ​ການ​ທະຫານ, ທ່ານ Wilmer Barrientos ​ໃຫ້​ຮູ້​ວ່າ: 100% ຮີ​ບບັດ​ຖືກ​ຕິດ​ຕັ້ງ ​ແລະ ກວດກາ​ຄວາມ​ສະຫງົບ​ປອດ​ໄພ, ກຽມພ້ອມໃຫ້​ແກ່ການ​ເລືອກ​ຕັ້ງ​ປະທານາທິບໍດີ. ​ ກ່ອນ​ຫນ້າ​ນັ້ນ, Venezuela ​ໄດ້​ປະກາດ​ອັດ​ປະຕູ​ດ່ານ​ຊາຍ​ແດນ​ທາງບົກ​ນັບ​ແຕ່​ວັນ​ທີ 9/4 ​ແລະ ​ແກ່ຍາວ​ອາທິດ​ຫນຶ່ງ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ. ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 14/4, ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ Venezuela ກວ່າ 18,9 ລ້ານ​ຄົນ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ຄົນ​ໃຫມ່,​ແທນ​ໃຫ້​ອະ​ດີດປະທານາທິບໍດີ Hugo Chavez.

ຂ່າວ/ບົດ​ອື່ນ