ຜົວເມຍຄົນເຈັບຊາວ ອັງກິດ ຕິດໂຄວິດ -19 ກ່ອນນີ້ 3 ປິໄດ້ກັບມາຢ້ຽມຢາມ ຫວຽດນາມ

(VOVWORLD) - ເມື່ອກັບຄືນມາພະແນກຟື້ນຟູຕັ້ງໜ້າ ແລະ ໂອ້ລົມກັບບັນດາແພດໝໍ, ຜົວເມຍ ທ່ານ Dixong John Garth ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາພົບກັບບັນດາທ່ານໝໍ
ຜົວເມຍຄົນເຈັບຊາວ ອັງກິດ ຕິດໂຄວິດ -19 ກ່ອນນີ້ 3 ປິໄດ້ກັບມາຢ້ຽມຢາມ ຫວຽດນາມ - ảnh 1ຜົວເມຍທ່ານ Dixong John Garth ແລະ ທ່ານນາງ Shan Ellison ກັບຄືນຢ້ຽມຢາມໂຮງໝໍເຂດຮ້ອນສູນກາງ
(ພາບ: ໂຮງໝໍເຂດຮ້ອນສູນກາງ)

ວັນທີ 8 ມີນາ, ຄົບຮອບ 3 ປີນັບແຕ່ວັນຕິດພະຍາດໂຄວິດ - 19 ໃນຖ້ຽວບິນ ໝາຍເລກ 0054 ຈາກ ອັງກິດ ໄປຍັງ ຫວຽດນາມ, ຜົວເມຍທ່ານ Dixong John Garth ແລະ ທ່ານນາງ Shan Ellison, ຊາວ ອັງກິດ ໄດ້ກັບຄືນມາຢ້ຽມຢາມ ໂຮງໝໍ ພະຍາດເຂດຮ້ອນສູນກາງ ຫວຽດນາມ ເພື່ອສະແດງຄວາມຂອບອົກຂອບໃຈ ແລະ ຢື້ຢາມຖາມຂ່າວບັນດາແພດໝໍ, ທ່ານໝໍທີ່ໄດ້ປິ່ນປົວໃຫ້ຕົນ. ເມື່ອກັບຄືນມາພະແນກຟື້ນຟູຕັ້ງໜ້າ ແລະ ໂອ້ລົມກັບບັນດາແພດໝໍ, ຜົວເມຍ ທ່ານ Dixong John Garth ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາພົບກັບບັນດາທ່ານໝໍແບບເຊິ່ງໜ້າ, ສິ່ງນີ້ແມ່ນບໍ່ສາມາດ ເຮັດໄດ້ໃນຂັ້ນຕອນການປິ່ນປົວ, ຍ້ອນເວລານັ້ນ, ບັນດາທ່ານໝໍ, ແພດໝໍ ຕ້ອງນຸ່ງຊຸດປ້ອງກັນຕົວ, ປິດປາກຕ້ານ ໂຄວິດ - 19.

        ໃນຕົ້ນເດືອນ ມີນາ 2020, ຍ້ອນຕິດໂຄວິດ 19, ສະນັນ, ລະບົບຫາຍໃຈຂອງທ່ານ Dixong John Garthຊຸດໂຊມໜັກ, ຕ້ອງນຳໃຊ້ເຄື່ອງຊ່ວຍຫາຍໃຈ ແລະ ປິ່ນປົວໂຄວິດ - 19 ຢ່າງຕັ້ງໜ້າຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ, ໃນຂະນະທີ່ເມຍຂອງເພີ່ນກໍ່ຕິດໂຄວິດ - 19 ແຕ່ອາການເບົາກ່ວາ. ພາຍຫຼັງເວລາປິ່ນປົວຍາວນານ, ຮອດຄ່ຳຄືນວັນທີ 13 ມີນາ 2020, ໂຮງໝໍພະຍາດເຂດຮ້ອນສູນກາງ ໄດ້ຢັ້ງຢືນທ່ານ Dixong John Garth  ຫາຍດີຈາກພະຍາດ, ໄດ້ອອກຈາກໂຮງໝໍ ແລະ ຂຶ້ນຍົນພ້ອມກັບເມຍ ເພື່ອກັບເມືອປະເທດ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ