ຜູ້​ສະ​ໝັກ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ ອາ​ເມ​ລິ​ກາ 2 ທ່ານ ເຂົ້າ​ຮ່ວມ​ວາ​ລະ​ຖາມ - ຕອບ ຕ່າງ​ຫາກ​ກັບ ຜູ້​ມີ​ສິ​ດ​ເລືອກ​ຕັ້ງ

(VOVWORLD) - ວັນທີ 14 ຕຸລາ, ສຳນັກຂ່າວສານ CNN ໄດ້ໃຫ້ຂ່າວວ່າ ທ່ານປະທານາທິບໍດີ Donald Trump ຈະເຂົ້າຮ່ວມວາລະຖາມ - ຕອບ ທີ່ກອງປະຊຸມໜຶ່ງຂອງສຳນັກງານເຂດປົກຄອງ ຢູ່ Miami ໂດຍ ສຳນັກຂ່າວສານ NBC ຈັດຕັ້ງ ໃນເວລາ 20 ໂມງ ຂອງວັນທີ 15 ຕຸລາ.
ຜູ້​ສະ​ໝັກ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ ອາ​ເມ​ລິ​ກາ 2 ທ່ານ ເຂົ້າ​ຮ່ວມ​ວາ​ລະ​ຖາມ - ຕອບ ຕ່າງ​ຫາກ​ກັບ ຜູ້​ມີ​ສິ​ດ​ເລືອກ​ຕັ້ງ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ສະໝັກເລືອກຕັ້ງປະທານາທິບໍດີຂອງພັກ ປະຊາທິປະໄຕ Joe Biden (ພາບ:Patrick Semansky/Associated Press)

ທ່ານປະທານາທິບໍດີ ອາເມລິກາ Donald Trump ຂອງພັກສາທາລະນະ ແລະ ຜູ້ສະໝັກເລືອກຕັ້ງປະທານາທິບໍດີຂອງພັກ ປະຊາທິປະໄຕ Joe Biden ຈະພ້ອມກັນເຂົ້າຮ່ວມວາລະຖາມ - ຕອບ ຕ່າງຫາກກັບຜູ້ມີສິດເລືອກຕັ້ງ ໂດຍສອງສຳນັກຂ່າວສານ NBC ແລະ ABC ຈັດຕັ້ງຂຶ້ນໃນວັນທີ 15 ຕຸລາ, ເຊິ່ງເປັນເວລາທີ່ຄາດວ່າຈະດຳເນີນການໂຕ້ວາທີຄັ້ງທີ 2 ລະຫວ່າງຜູ້ສະໝັກເລືອກຕັ້ງປະທານາທິບໍດີ ສອງທ່ານ ແຕ່ຖືກຍົກເລີກ.

        ວັນທີ 14 ຕຸລາ, ສຳນັກຂ່າວສານ CNN ໄດ້ໃຫ້ຂ່າວວ່າ ທ່ານປະທານາທິບໍດີ Donald Trump ຈະເຂົ້າຮ່ວມວາລະຖາມ - ຕອບ ທີ່ກອງປະຊຸມໜຶ່ງຂອງສຳນັກງານເຂດປົກຄອງ ຢູ່ Miami ໂດຍ ສຳນັກຂ່າວສານ NBC ຈັດຕັ້ງ ໃນເວລາ 20 ໂມງ ຂອງວັນທີ 15 ຕຸລາ. ເຫດການດັ່ງກ່າວຈະຊ່ວງເສັງໂດຍກົງກັບວາລະຖາມ-ຕອບກັບຜູ້ມີສິດເລືອກຕັ້ງຂອງທ່ານອະອີດຮອງປະທານາທິບໍດີ Joe Biden  ໂດຍສຳນັກຂ່າວສານ ABC ຈັດຕັ້ງຂຶ້ນໃນຕອນຄ່ຳວັນດຽວກັນຢູ່ Philadelphia.


ຕອບກັບ

ຂ່າວ/ບົດ​ອື່ນ