ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບຄະນະຜູ້ແທນສຳນັກກະຈາຍສຽງ-ໂທລະພາບ KBS

ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບຄະນະຜູ້ແທນສຳນັກກະຈາຍສຽງ-ໂທລະພາບ KBS - ảnh 1
ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບ
ຄະນະຜູ້ແທນສຳນັກກະຈາຍສຽງ-ໂທລະພາບ KBS

(Vovworld)- ຕອນ​ເຊົ້າ​ວັນ​ທີ 31/10, ຢູ່​ຮ່າ​ໂນ້ຍ, ທ່ານ​ຫງວຽນ​ດັງ​ຕ້ຽນ ຜູ້ອຳນວຍການ​ໃຫຍ່​ວິທະ​ຍຸ​ກະຈາຍ​ສຽງ​ຫວຽດນາມ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສຳນັກ​ກະຈາຍສຽງ-​ໂທລະພາບ KBS ​ແຫ່ງ​ສ. ​ເກົາຫຼີ ​ໂດຍ​ທ່ານ​ປະທານ ສຳນັກ​ກະຈາຍສຽງ-​ໂທລະພາບ KBS ​ແຫ່ງ​ສ. ​ເກົາຫຼີ Gil Hwan- young ນຳ​ໜ້າ. ທີ່​ການ​ຕ້ອນຮັບ, ທ່ານ​ຫງວຽນ​ດັງ​ຕ້ຽນ ຜູ້ອຳນວຍການ​ໃຫຍ່​ວິທະ​ຍຸ​ກະຈາຍ​ສຽງ​ຫວຽດນາມ​ ​ໄດ້​ຊົມ​ເຊ​ີຍທ່ານ Gil Hwan- young ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ ABU ທີ່​ກອງ​ປະຊຸມ ສະມັດຊາ​ໃຫຍ່ ຄັ້ງ​ທີ 50, ທ່ານ​ຫງວຽນ​ດັງ​ຕ້ຽນ ຜູ້ອຳນວຍການ​ໃຫຍ່​ວິທະ​ຍຸ​ກະຈາຍ​ສຽງ​ຫວຽດນາມ​ ປາດ​ຖະໜາວ່າ ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ທ່ານ Gil Hwan- young ຈະ​ສ້າງ​ໜ້າ​ປະຫວັດສາດ​ພັດທະນາ​ໃໝ່​ຂອງ ABU . ທ່ານ​ຫງວຽນ​ດັງ​ຕ້ຽນ ຜູ້ອຳນວຍການ​ໃຫຍ່​ວິທະ​ຍຸ​ກະຈາຍ​ສຽງ​ຫວຽດນາມ​ ຫວັງ​ວ່າ ສາຍ​ພົວພັນ​ລະຫວ່າງ​ວິທະ​ຍຸ​ກະຈາຍ​ສຽງ​ຫວຽດນາມ​ ​ແລະ ສຳນັກ​ກະຈາຍສຽງ-​ໂທລະພາບ KBS ​ແຫ່ງ​ສ. ​ເກົາຫຼີ ຈະ​ນັບມື້​ນັບ​ພັດທະນາ.

   ສ່ວນ​ທ່ານ Gil Hwan- young ປະທານສຳນັກ​ກະຈາຍສຽງ-​ໂທລະພາບ KBS ​ແຫ່ງ​ສ. ​ເກົາຫຼີ ​ໃຫ້​ຮູ້​ວ່າ ​ໃນ​ຕົ້ນ​ເດືອນ​ໜ້າ, ສຳນັກ​ກະຈາຍສຽງ-​ໂທລະພາບ KBS ​ແຫ່ງ​ສ. ​ເກົາຫຼີ ຈະ​ມີ​ລາຍການ​ກະຈາຍສຽງ​ເປັນ​ພາສາ​ຫວຽດ​ເພື່ອ​ຮັບ​ໃຊ້​ຊາວ​ຫວຽດນາມ​ພວມ​ດຳລົງ​ຊີວິດ​ຢູ່ ສ.​ເກົາຫຼີ.
ຂ່າວ/ບົດ​ອື່ນ