ຜູ້​ອຳ​ນວຍ​ການ​ໃຫຍ່ WHO ສືບ​ຕໍ່​ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃນ​ອາ​ຍຸ​ການ 2022 – 2027

(VOVWORLD) -ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ສືບຕໍ່ໄດ້ຮັບດຳລົງຕຳແໜ່ງເປັນຜູ້ນຳໜ້າອົງການນີ້ ໃນອາຍຸການ 5 ປີ ຄັ້ງທີ 2 ພາຍຫຼັງການປ່ອນບັດແບບວົງປິດຂອງ WHA.
ຜູ້​ອຳ​ນວຍ​ການ​ໃຫຍ່ WHO ສືບ​ຕໍ່​ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃນ​ອາ​ຍຸ​ການ 2022 – 2027 - ảnh 1ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ  (ພາບ: AFP/TTXVN)

ວັນທີ 24 ພຶດສະພາ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະພາສາທາລະນະໂລກ (WHA) ຄັ້ງທີ 75 ທີ່ດຳເນີນຢູ່ ເຊີແນວ (ປະເທດສະວິດ), ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ສືບຕໍ່ໄດ້ຮັບດຳລົງຕຳແໜ່ງເປັນຜູ້ນຳອົງການນີ້ ໃນອາຍຸການ 5 ປີ ຄັ້ງທີ 2 ພາຍຫຼັງການປ່ອນບັດແບບວົງປິດຂອງ WHA. ທ່ານ Tedros Adhanom Ghebreyesus ແມ່ນຜູ້ອອກສະໝັກເລືອກຕັ້ງຄົນໜຶ່ງດຽວທີ່ໄດ້ຮັບການສະເໜີໃຫ້ດຳລົງຕຳແໜ່ງນີ້.      

        ປີ 2017, ທ່ານ Tedros Adhanom Ghebreyesus ເປັນຊາວ ອາຟະລິກາ ຄົນທຳອິດທີ່ເປັນການນຳ WHO. ອະດີດລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງສາທາລະນະສຸກ ຂອງ ເອທີໂອປີ ຄົນນີ້ ໄດ້ກາຍເປັນໜຶ່ງໃນບັນດາບຸກຄົນທີ່ລື້ງຫນ້າໃນໂລກ ໃນສອງປີຜ່ານມາ ເມື່ອ ມານະພະຍາຍາມນຳພາ WHO ພ້ອມດ້ວຍບັນດາປະເທດ ຮັບມືກັບໂລກລະບາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ