ຜູ້ອຳນວຍການໃຫຍ່UNDPສິ້ນສຸດການຢ້ຽມຢາມຫວຽດນາມ

ຜູ້ອຳນວຍການໃຫຍ່UNDPສິ້ນສຸດການຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ນາງ Helen Clark, ຜູ້ອຳນວຍການ​ໃຫຍ່​ອົງການ​ ສປຊ ​ເພື່ອ​ການ ພັດທະນາ (UNDP)
(ພາບ: UNDP)


(vovworld) – ຕາມ​ແຜນການ​​ແລ້ວ, ວັນ​ທີ 10/11, ຜູ້ອຳນວຍການ​ໃຫຍ່​ອົງການ​ ສປຊ ​ເພື່ອ​ການ ພັດທະນາ (UNDP), ທ່ານ​ນາງ Helen Clark, ​ໄດ້​ເດີ​ນທາງ​ອອກ​ຈາກ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ເວລາ 4 ວັນ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 9/11, ທ່ານ​ນາງ Helen Clark ​ໄດ້​ເຂົ້າ​ຮ່ວມ​ການ​ສົນທະນາ​ກັບ​ແມ່ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 20 ຄົນ ດ້ວຍ​ຫົວ​ຂໍ້​ວ່າ: “​ແມ່ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ບັນຫາ​ພັດທະນາ”. ການ​ສົນທະນາ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ.

    ກ່າວ​ຄຳ​ເຫັນ​ທີ່​ການ​ສົນທະນາ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​ຊີ້​ແຈ້ງວ່າ: ຫວຽດນາມ ​ແມ່ນໜຶ່ງ​ໃນ​ບັນດາ​ປະ​ເທດ​ເຊັນ ​ແລະ ​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ການ​ລົບ​ລ້າງ​ທຸກ​ຮູບ​ແບບ​ຈຳ​ແນ​ກການ​ປະພຶດ​ຕ້ານ​​ແມ່ຍິງ ​ແລະ ຫັນບັນດາ​ຂໍ້​ກຳນົດຂອງ​ສົນທິສັນຍາ​ນີ້​ເປັນກົດໝາຍຂອງ​ພາຍ​ໃນ​ປະ​ເທດ​ໄວ​ທີ່​ສຸດ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ເວົ້າ​ວ່າ:

    “​ໃນ​ບົດບາດນຳ​ພາ ​ແລະ ຄຸ້ມ​ຄອງ, ອັດຕາ​ສ່ວນ​ແມ່ຍິງ​ໃນ​ບັນດາ​ອົງການ​ລັດຖະບານ​ໄດ້​ຮັບ​ການ​ຮັກສາ​ເປັນ​ປົກກະຕິ. 24,4% ສສຊ​ແມ່ນ​ແມ່​ຍິງ, ​ໃນ​ນັ້ນ​ມີ ສສຊ ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແມ່ນ 39 ຄົນ. ຢູ່​ທ້ອງ​ຖິ່ນ​ຕ່າງໆ, ມີ​ແມ່ຍິງ​ຫຼາຍ​ຄົນ​ຮັກສາ​ບົດບາດ​ຫຼັກ​ແຫຼ່ງ​ຢູ່​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ສຳຄັນ, ​ແມ່ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮັບ​ຄວາມ​ສະ​ເໝີ​ພາບ​ໃນ​ທຸກໆ​ວຽກ​ງານ, ບົດບາດ​ຂອງ​​ແມ່ຍິງ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ.”

    ທີ່​ການ​ສົນ​ທະນາ, ທ່ານ​ນາງ Helen Clark, ຜູ້ອຳນວຍການ​ໃຫຍ່​ UNDP ​ໄດ້​ແບ່ງປັນ​ກ່ຽວ​ກັບ​ບັນດາ​ຄວາມ​ຫຍຸ້ງ​ຍາກ, ການ​ທ້າ​ທາຍ​ຂອງ​ແມ່ຍິງ​ເມື່ອ​ເຂົ້າ​ຮ່ວມ​ວຽກ​ງານ​ຄຸ້ມ​ຄອງ​ໃນ​ສັງຄົມ.​.​.​ UNDP ຈະ​ຍູ້​ໄວ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະຫວັດ​ສຸມ​​ໃສ່​ເຂົ້າ​ໃນ​ກຸ່ມ​ຊົນເຜົ່າ​ສ່ວນ​ໜ້ອຍ ​ແລະ ບັນດາ​ກຸ່ມຊົນ​ໜ້ອຍອື່ນໆ.

ຂ່າວ/ບົດ​ອື່ນ