ຜູ້ຮັກສາການຫົວໜ້າກົມທະຫານພິເສດກອງທັບປະຊາຊົນ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ

ຜູ້ຮັກສາການຫົວໜ້າກົມທະຫານພິເສດກອງທັບປະຊາຊົນ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ - ảnh 1
ທ່ານ​ພົນ​ຕີ ຫວໍ​ວັນ​ຕ໋ວນ, ຮອງ​ຫົວ​ໜ້າ​ເສນາ​ທິການ​ກອງທັບ​ປະຊາຊົນ ຫວຽດນາມ ​ແລະ ພັນ​ຕີ ຄຳ​ວົງ ​ໄຊຍະລາດ, ຜູ້​ຮັກສາການ​ຫົວ​ໜ້າ​ກົມ​ທະຫານ​ພິ​ເສດ​ກອງທັບ​ປະຊາຊົນ ລາວ
(ພາບ: qdnd.vn)

(vovworld) – ​ຕອນ​ບ່າຍ​ວັນ​ທີ 21/8, ຢູ່ ຮ່າ​ໂນ້ຍ, ທ່ານ​ພົນ​ຕີ ຫວໍ​ວັນ​ຕ໋ວນ, ຮອງ​ຫົວ​ໜ້າ​ເສນາ​ທິການ​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ ພັນ​ຕີ ຄຳ​ວົງ ​ໄຊຍະລາດ, ຜູ້​ຮັກສາການ​ຫົວ​ໜ້າ​ກົມ​ທະຫານ​ພິ​ເສດ​ກອງທັບ​ປະຊາຊົນ ລາວ, ​ເນື່ອງ​ໃນ​ໂອກາດ​ມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຕີ​ລາຄາ​ສູງ​ສາຍ​ພົວພັນ, ຮ່ວມ​ມື​ເຊິ່ງກອງທັບ​ປະຊາຊົນ ຫວຽດນາມ ​ແລະ ກອງທັບ​ປະຊາຊົນ ລາວ ​ບັນລຸ​ໄດ້​ໃນ​ການ​ກໍ່ສ້າງ​ກຳລັງ, ປັບປຸງ​ຮາກ​ຖານ, ວັດຖຸ​ຮັບ​ໃຊ້​ການ​ຝຶກ​​ແອບອົບຮົມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ເພີ່ມ​ທະວີ​ກການ​ແລກປ່ຽນ​ຄະນະ​​ໄປມາຮຳ່ຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ກອງທັບ​ປະຊາຊົນ ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ກອງທັບ​ປະຊາຊົນ ລາວ ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ບຳລຸງ​ສ້າງ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ບັນດາ​ບັນຫາ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

 

ຂ່າວ/ບົດ​ອື່ນ