ຜະ​ລິດ​ຕະ​ພັນ​ກະ​ເສດ ​ຫວຽດ​ນາມ ເພີ່ມ​​ກຳ​ລັງ​ແກ້​ງ​ແຍ້ງ​ຢູ່​ຕະຫຼ​າດ​ໂລກ

(VOVWORLD) -ປີ 2019, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຫວຽດນາມ ບັນລຸໄດ້ລະດັບສະຖິຕິໃໝ່ດ້ວຍ 41,3 ຕື້ USD, ເພີ່ມຂຶ້ນປະມານ 3,5% ເມື່ອທຽບໃສ່ປີ 2018. ທົ່ວຂະແໜງສົ່ງອອກເກີນດຸນກໍ່ບັນລຸລະດັບສະຖິຕິ 9,9 ຕື້ USD. ສູງກ່ວາ 1,12 ຕື້ USD ເມື່ອທຽບໃສ່ປີ 2018
ຜະ​ລິດ​ຕະ​ພັນ​ກະ​ເສດ ​ຫວຽດ​ນາມ ເພີ່ມ​​ກຳ​ລັງ​ແກ້​ງ​ແຍ້ງ​ຢູ່​ຕະຫຼ​າດ​ໂລກ - ảnh 1ຜະລິດຕະພັນກະເສດ ຫວຽດນາມ ເພີ່ມກຳລັງແກ້ງແຍ້ງຢູ່ຕະຫຼາດໂລກ (ພາບ: TTXVN) 

ການບັນລຸໄດ້ຜົນສຳເລັດດັ່ງກ່າວ ຍ້ອນ ຫວຽດນາມ ເຫັນໄດ້ທ່າອ່ຽງກ່ຽວກັບຄວາມຕ້ອງການຂອງຕະຫຼາດໂລກ, ບັນດາຂົງເຂດສິນໃນນ້ຳ, ໝາກໄມ້…ຈະເປີດໂອກາດຫຼາຍຢ່າງເພື່ອສົ່ງອອກ, ຍົກສູງມູນຄ່າໂດຍໄວ.

        ກ່ຽວກັບຍຸດທະສາດໃນໄລຍະຈະມາເຖິງ, ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢັ້ງຢືນວ່າ ຄວນຖື ໂລກ ແມ່ນຕະຫຼາດ, ແມ່ນກຳລັງໜູນເພື່ອພັດທະນາ. ຫວຽດນາມ ຕ້ອງເຂົ້າຮ່ວມລະບົບມູນຄ່າຜະລິດຕະພັນກະເສດທົ່ວໂລກຢ່າງເລິກເຊິ່ງກ້ວາງຂວາງກ່ວາ, ຈາກນັ້ນ, ສ້າງປະຖົມປັດໄຈເພື່ອໃຫ້ຊາວກະສິກອນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງພ້ອມກັນຮ່ວມສຳພັນຢ່າງແໜ້ນແຟ້ນ, ສ້າງເຂດຜະລິດທີ່ດີ, ປຸງແຕ່ງທີ່ດີ, ຈັດຕັ້ງການຄ້າທີ່ດີ. ລັດຖະບານໄດ້ວາງອອກຄາດໝາຍໃຫ້ແກ່ຂະແໜງກະສິກຳວ່າ ຕ້ອງນຳ ກະສິກຳ ຫວຽດນາມ ຢືນຢູ່ໃນ Top 15 ປະເທດພັດທະນາທີ່ສຸດໃນໂລກ, ໃນນັ້ນ ຂະແໜງປຸງແຕ່ງຜະລິດຕະພັນກະເສດ ຢືນຢູ່ໃນ Top 10 ປະເທດແຖວໜ້າຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ