ຜູ້ແທນທີ່ມາຈາກ19ປະເທດເຂົ້າຮ່ວມກອງປະຊຸມວິທະຍາສາດຟີຊິກສາກົນ

ຜູ້ແທນທີ່ມາຈາກ19ປະເທດເຂົ້າຮ່ວມກອງປະຊຸມວິທະຍາສາດຟີຊິກສາກົນ - ảnh 1
ກອງປະຊຸມວິທະຍາສາດຟີຊິກສາກົນ
(ພາບ: thanhnien.com.vn)


(vovworld) – ວັນ​ທີ 17/08, ຢູ່​ນະ​ຄ​ອນ ກຸຍ​ເຍີ​ນ, ​ແຂວງ ບິ່ງ​ດິ້ງ, ມີ​ຜູ້​​ແທນ 60 ຄົນ​ທີ່​ມາ​ຈາກ 19 ປະ​ເທດ​ໃນ​​ໂລກ​ໄດ້​​ເຂົ້າຮ່ວມ​ກອງ​ປະຊຸມ​ວິທະຍາສາດ​ຟີ​ຊິກ​ສາກົນ ດ້ວຍ​ຫົວ​ຂໍ້​ວ່າ “ຈັກ​ກະ​ວານ​ວິທະຍາ - 50 ປີພາຍຫຼັງ​ຄົ້ນ​ຫາປະກາຍ​ລັກ​ສີຂອງ​ພື້ນຖານຈັກກະວານ”. ນີ້​ແມ່ນ​ກອງ​ປະຊຸມ​ນອນ​ໃນ​ບັນດາ​ລາຍການ​ວິທະຍາສາດ “ພົບ​ປະ​ຫວຽດນາມ ຕັ້ງ​ທີ 11” ປີ 2015, ​ໂດຍ​ສະມາຄົມ​ວິ​ທະຍາ​ສາດພົບ​ປະຫວຽດນາມ ສົ​ມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ດິ້ງ, ກະຊວງ​ວິທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ​ປະຕິບັດ. ທີ່​ກອງ​ປະຊຸມ, ບັນດາ​ນັກ​ຟິຊິກ​ສາດ, ນັກດາລາ​ສາດ ​ໄດ້​ມີ​ບົດ​​ແນະນຳລົງ​ເລິກກ່ຽວ​ກັບ​ປະຫວັດ​ແຫ່ງ​ການ​​ເປັນຮູບ​ປະ​ທຳ​ຂອງ​ຈັກກະວານ, ​ເຫດ​ລະ​ເບີດ Big Bang, ການຄົ້ນຄວ້າ​ກ່ຽວ​ກັບການປະກາຍ​ລັກ​ສີຈັກກະວານຂອງ​ພື້ນຖານ… ກອງປະຊຸມ​ຈຳ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 22/08 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ