ຜູ້ແທນບັນດາພື້ນຖານເສດຖະກິດ APEC ແບ່ງປັນບົດຮຽນຈົດທະບຽນ, ສ້າງວິສາຫະກິດຂະໜາດກາງ ແລະ ນ້ອຍ

(VOVWORLD) - ໂດຍສືບຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 3 (SOM 3), ຕອນເຊົ້າວັນທີ 24 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການເສດຖະກິດ (EC) ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການຫັນລະບຽບການຈົດທະບຽນ ແລະ ສ້າງຕັ້ງດຳເນີນທຸລະກິດເປັນງາຍດາຍ.
ຜູ້ແທນບັນດາພື້ນຖານເສດຖະກິດ APEC ແບ່ງປັນບົດຮຽນຈົດທະບຽນ, ສ້າງວິສາຫະກິດຂະໜາດກາງ ແລະ ນ້ອຍ - ảnh 1ພາບປະກອບ 

ຜູ້ແທນກ່ວາ 100 ທ່ານທີ່ມາຈາກບັນດາພື້ນຖານເສດຖະກິດ APEC ພ້ອມກັນແບ່ງປັນບົດຮຽນກ່ຽວກັບການສ້າງຕັ້ງບັນດາວິສາຫະກິດຂະໜາດກາງ, ນ້ອຍ ແລະ ນ້ອຍສຸດ ຢູ່ບັນດາພື້ນຖານເສດຖະກິດສະມາຊິກ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Rory Mcleod, ປະທານວາລະປຶກສາຫາລື, ໄດ້ຊີ້ແຈ້ງວ່າ:

        “ໃນ APEC, ລະດັບຂອງບັນດາພື້ນຖານເສດຖະກິດບໍ່ແມ່ນວ່າບັນຫາທີ່ພວກເຮົາຄວເອົາໃຈໃສ່ ຍ້ອນຄາດໝາຍລວມຂອງພວກເຮົາແມ່ນພວກເຮົາຊ່ວຍເຫຼືອ ແລະ ພ້ອມກັນພັດທະນາ. ແຕ່ອັນດັບລະຫວ່າງວິສາຫະກິດກໍ່ສຳຄັນພໍສົມຄວນ ຍ້ອນວ່າ ວິສາຫະກິດຢູ່ໃນລະດັບສູງຈະໄດ້ຮັບຜົນປະໂຫຍດກ່ວາ. ດັ່ງນັ້ນ, ພວກເຮົາພະຍາຍາມຊ່ວຍເຫຼືອກັນເພື່ອພ້ອມກັນບັນລຸບັນດາຜົນງານສູງກ່ວາ. ກອງປະຊຸມສຳມະນານີ້ຊ່ວຍໃຫ້ພວກເຮົາອາດຈະພັດທະນາ, ເພື່ອເພີ່ມອັນດັບບັນດາວິສາຫະກິດ, ກໍ່ຄືເມື່ອສ້າງຕັ້ງບໍລິສັດໃຫມ່.”

ຕອບກັບ

ຂ່າວ/ບົດ​ອື່ນ