ຜູ້ແຫ່ຂະບວນປະທ້ວງ ໄທເປີດ“ບັ້ນຮົບສຸດທ້າຍ“ ຕ້ານລັດຖະບານ


ຜູ້ແຫ່ຂະບວນປະທ້ວງ ໄທເປີດ“ບັ້ນຮົບສຸດທ້າຍ“ ຕ້ານລັດຖະບານ - ảnh 1

ການແຫ່​ຂະ​ບວນປະ​ທ້ວງ​​ເມື່ອວັນ​ທີ 9/5

(ພາບ: http://dantri.com.vn)

(vovworld)- ​ວັນ​ທີ 9/5, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ ໄທ​ ​ໂດຍ​ອະດີດ​ຮອງ​ນາຍົກລັດຖະມົນຕີ ສຸ​ເທບ ​ເທືອ​ກສຸບັນ ນຳ​ໜ້າ​ໄດ້​ລົງ​ຖະໜົນ​ຈັດການ​ແຫ່​ຂະ​ບວນປະ​ທ້ວງ, ປິດ​ລ້ອມ​ສະຖານີ​ໂທລະພາບ ​ແລະ ສຳນັກງານ​ຕຳຫຼວດ​ໃນ​ບັ້ນຮົບ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ​ແມ່ນ “ບັ້ນຮົມ​ສຸດ​ທ້າຍ“ ​ເພື່ອ​ແນ​ໃສ່​ໂຄ່ນ​ລົ້ມລັດຖະບານ​ຊົ່ວຄາວ.

    ກ່າວ​ຄຳ​ເຫັນ​ກ່ອນ​ທີ່​ຈະ​ນຳ​ໜ້າ​ຂະ​ບວນຄົນ​ຫຼັ່ງ​ໄຫຼ​ເຂົ້າມາ​ສຳນັກງານ​ລັດຖະບານ, ທ່ານສຸ​ເທບ ​ເທືອ​ກສຸບັນ ປະກາດ​ຈະ “ຍາດ​ເອົາ​ອະທິປະ​ໄຕ​ຄື​ນ​ໃໝ່ ​ແລະ ສ້າງຕັ້ງລັດຖະບານ​ປະຊາຊົນ ​ແລະ ສະພາ​ນິຕິ​ບັດ​ຍັດ​ປະຊາຊົນ“. ຕຳຫຼວດ​ນັບ​ຮ້ອຍ​ຄົນ​ໄດ້​ຖືກ​ສົ່ງ​ໄປ​ຕິດຕາມ​ກວດກາ​ການ​ແຫ່​ຂະ​ບວນປະ​ທ້ວງ. ການ​ແຫ່​ຂະ​ບວນປະ​ທ້ວງມື້​ນີ້​ດຳ​ເນີນ​ໄປ​ພາຍຫຼັງ​ພຽງ 2 ມື້​ທີ່​ສານ​ລັດຖະທຳ​ມະນູນ​ໄທ ​ພົ້ນຕຳ​ແໜ່​ງທ່ານນາງ​ນາຍົກລັດຖະມົນຕີຊົ່ວຄາວ​ໄທ ຍິ່ງ​ຮັກ ຊິນນະ​ວັດ ພ້ອມ​ກັບ​ສະມາຊິກ​ລັດຖະບານ 9 ທ່ານ​ດ້ວຍ​ຄຳ​ກ່າວ​ຫາ​ສວຍ​ໃຊ້​ສິດ​ອຳນາດ ​ແລະ ລະ​ເມີດ​ລັດຖະທຳ​ມະນູນ./.

 

ຂ່າວ/ບົດ​ອື່ນ