ຝຶກ​ຊ້ອມ​ວຽກ​ງານ​ສາ​ທາ​ລະ​ນ​ະ​ສຸກ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) -ເຂົ້າຮ່ວມການຝຶກຊ້ອມໃຫຍ່ມີບັນດາໜ່ວຍງານຂອງກະຊວງສາທາລະນະສຸກ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ແລະ ຂະແໜງສາທາລະນະສຸກນະຄອນຮ່າໂນ້ຍ, ເພື່ອແນໃສ່ສົມທົບການຝຶກຊ້ອມບັນດາຫົວໜ່ວຍວີຊາສະເພາະ ແລະ ຫົວໜ້າບັນດາໜ່ວຍງານ, ສະມາຊິກກຳແໜ້ນໜ້າທີ່, ຂັ້ນຕອນການປະຕິບັດໃນການຮັບປະກັນວຽກງານສາທາລະນະສຸກເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.
ຝຶກ​ຊ້ອມ​ວຽກ​ງານ​ສາ​ທາ​ລະ​ນ​ະ​ສຸກ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ທ່ານເຈິ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກກ່າວຄຳເຫັນທີ່ພິທີ (ພາບ: qdnd.vn)

ຕອນບ່າຍວັນທີ 10 ມັງກອນ ຢູ່ສູນຫໍປະຊຸມແຫ່ງຊາດ ມີດິ່ງ (ຮ່າໂນ້ຍ) ໄດ້ດຳເນີນພິທີອອກເຄື່ອນທັບ ແລະ ຝຶກຊ້ອມວຽກງານສາທາລະນະສຸກເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ. ເຂົ້າຮ່ວມການຝຶກຊ້ອມໃຫຍ່ມີບັນດາໜ່ວຍງານຂອງກະຊວງສາທາລະນະສຸກ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ແລະ ຂະແໜງສາທາລະນະສຸກນະຄອນຮ່າໂນ້ຍ, ເພື່ອແນໃສ່ສົມທົບການຝຶກຊ້ອມບັນດາຫົວໜ່ວຍວີຊາສະເພາະ ແລະ ຫົວໜ້າບັນດາໜ່ວຍງານ, ສະມາຊິກກຳແໜ້ນໜ້າທີ່, ຂັ້ນຕອນການປະຕິບັດໃນການຮັບປະກັນວຽກງານສາທາລະນະສຸກເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ກ່າວຄຳເຫັນທີ່ພິທີ, ທ່ານເຈິ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກໃຫ້ຮູ້ວ່າ:

ຕ້ອງເພີ່ມທະວີວຽກງານຄວບຄຸມເສັ້ນຊາຍແດນ, ທາງບົກ, ທາງນ້ຳ, ຄຸ້ມຄອງການເຂົ້າອອກເມືອງຢ່າງເຂັ້ມງວດເພື່ອບໍ່ປະໃຫ້ເກີດສະພາບການເຂົ້າເມືອງແບບຜິດກົດໝາຍ ເຮັດໃຫ້ເກີດການຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ. ຕ້ອງປະຕິບັດລະບຽບການຢູ່ຮາກຖານແຍກຕົວລວມໝູ່ ແລະ ແຍກຕົວຢູ່ບ່ອນພັກພາອາໄສຢ່າງເຂັ້ມງວດ, ບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ວົງກ້ວາງຢ່າງເດັດຂາດ. ຂ້າພະເຈົ້າສະເໜີວ່າ ພາຍຫຼັງພິທີອອກເຄື່ອນທັບ, ຕ້ອງສືບຕໍ່ກວດກາຄືນທຸກກໍລະນີ ສົມທົບກັບກຳລັງທະຫານ, ຕຳຫຼວດ, ຄະນະຮັກສາດູແລສຸຂະພາບໃຫ້ແກ່ພະນັກງານສູນກາງ ແລະ ບັນດາໜ່ວຍງານທີ່ກ່ຽວຂ້ອງເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບໃຫ້ແກ່ຜູ້ແທນ, ບໍ່ປະໃຫ້ຕົກເຂົ້າສູ່ສະພາບຖືກທ່າຮັບໃນທຸກກໍລະນີ, ປະກອບສ່ວນເຂົ້າການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ