ຝຣັ່ງ, ຕວກກີ ຮ່ວມມືເພື່ອແນໃສ່ຢຸດຕິການປະທະກັນຢູ່ ຊີຣີ

(VOVWORLD) - ປະທານາທິບໍດີ 2 ທ່ານ ເຫັນດີເປັນເອກະສັນໃນຊຸມອາທິດຈະມາເຖິງຈະພ້ອມກັນປຶກສາຫາລືກ່ຽວກັບວິວັດການທາງການທູດສຳລັບການປະທະກັນຢູ່ ຊີຣີ. ເພື່ອບັນລຸໄດ້ວິວັດການນີ້

ຝຣັ່ງ, ຕວກກີ ຮ່ວມມືເພື່ອແນໃສ່ຢຸດຕິການປະທະກັນຢູ່ ຊີຣີ - ảnh 1

ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron 

(ພາບ: AFP/TTXVN)

ໃນຊຸມອາທິດຈະມາເຖິງ, ຝຣັ່ງ ແລະ ຕວກກີ ຈະຮ່ວມມືເພື່ອຍົກເອົາວິວັດທະນາການທາງການທູດອອກເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາເກືອບ 7 ປີຜ່ານມາຢູ່ ຊີຣີ. ນີ້ແມ່ນຖະແຫຼງການໂດຍຫ້ອງວ່າການຂອງທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ຍົກອອກມາໃນວັນທີ 4 ກຸມພາ ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງການນຳ 2 ປະເທດ. ແຈ້ງການຈາກວັງ Elysee ໃຫ້ຮູ້ວ່າ: ປະທານາທິບໍດີ 2 ທ່ານ ເຫັນດີເປັນເອກະສັນໃນຊຸມອາທິດຈະມາເຖິງຈະພ້ອມກັນປຶກສາຫາລືກ່ຽວກັບວິວັດການທາງການທູດສຳລັບການປະທະກັນຢູ່ ຊີຣີ. ເພື່ອບັນລຸໄດ້ວິວັດການນີ້, ບັນດາການປຶກສາຫາລືລະຫວ່າງ ຝຣັ່ງ ແລະ ຕວກກີ ຈະໄດ້ຮັບການເພີ່ມທະວີໃນຊຸມວັນຈະມາເຖິງ. 2 ຝ່າຍລ້ວນແຕ່ຫວັງວ່າ ສປຊ ຈະຕິດຕາມກວດກາມາດຕະການຕົ້ນຕໍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ