ຝລັ່ງ ກະກຽມຖອນທະຫານ ອອກຈາກອາບການິດສຖານ

ຝລັ່ງ ກະກຽມຖອນທະຫານ ອອກຈາກອາບການິດສຖານ - ảnh 1
ທະຫານ​ຟລັ່ງ ທີ່​ເສຍ​ຊີວິດ​ຢູ່ອາບກາ​ນິດສຖານ
( ພາບ: anninhthudo.vn )


( vovworld ) -   ວັນ​ທີ 14/6, ທ່ານ​ປະທານາທິບໍດີ ​ຝລັ່ງ Francois Hollande ​ໃຫ້​ຮູ້​ວ່າ ​ແຜນການ​ຖອນ​ທະຫານຂອງ​ປະ​ເທດ​ນີ້​ອອກ​ຈາກອາບກາ​ນິດສຖານ ຈະ​ເລີ່ມປະຕິບັດໃນ 2 – 3 ອາທິດຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ເມື່ອ​ໄຫວ້​ອາ​ໄລທະຫານ​ຟລັ່ງ 4 ຄົນ ທີ່​ເສຍ​ຊີວິດ​ຢູ່ອາບກາ​ນິດສຖານ ​​ໃນ​ວັນ​ທີ 9/6, ທ່ານ​ Francois Hollande ​ໄດ້​ຖະ​ແຫຼງວ່າ ບັນດາ​ນັກຮົບ​ຂອງ​ປະ​ເທດ​ນີ້​ຈະ​ເລີ່​ມຕົ້ນ​ອອກ​ຈາກ​ປະ​ເທດອາບກາ​ນິດສຖານ ໃນ 2 – 3 ອາທິດ​ທີ່​ຈະ​ມາ​ເຖິງ ​ແລະ ​ແຜນການ​ນີ້​ຈະ​ດຳ​ເນີນ​ໄປ “ ຢ່າງ​ເປັນລະບຽບຮຽບຮ້ອຍ ​ແລະ ຮັບປະກັນຄວາມສະຫງົບ”. ​ໃນ​ບັ້ນ​ຂົນຂວາຍ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ຝລັ່ງ ​ເຊິ່ງຖືກ​ດຳ​ເນີນ​ໄປ​ໃນ​ເດືອນ 5 ທີ່​ຜ່ານ​ມາ, ທ່ານ Hollande ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະຊຸກຍູ້​ການ​ຖອນ​ທະຫານ​ຝລັ່ງ ທັງ​ໝົດອອຫຈາກອາບກາ​ນິດສຖານ ກ່ອນ​ທ້າຍ​ປີ 2012, ​ເຊິ່ງໄວ​ກວ່າ 1 ປີ​ເມື່ອ​ທຽບ​ໃສ່​ແຜນການ​ໃນ​ເບື້ອງຕົ້ນຂອງ​ປາຣີ ​ແລະ ກ່ອນ 2 ປີ​​ເມື່ອທຽບ​ໃສ່​ກຳນົດເວລາ​ສຸດ​ທ້າຍ​ຂອງ​ອົງການ NATO.

ຂ່າວ/ບົດ​ອື່ນ