ຝລັ່ງ ຍັງ​ຊັ່ງຊາ​ຕໍ່​ກໍລະນີ ອີ​ຢູ ​ແລະ ອັງກິດ ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ການ​ຄ້າ​ພາຍຫຼັງ Brexit

(VOVWORLD) -ທ່ານເອກອັກຄະລັດຖະທູດ ອີຢູ ປະຈໍາ ອັງກິດ  Joao Vale de Almeida ຖືວ່າ ເດືອນຕຸລາ ແມ່ນຈຸດເວລາທີ່ເໝາະສົມກວ່າເພື່ອໃຫ້ ອັງກິດ ສາມາດຫຼີກລ້ຽງໄດ້ການຖອນຕົວອອກຈາກ ອີຢູ ໂດຍບໍ່ບັນລຸໄດ້ຂໍ້ຕົກລົງ, ອັນໄດ້ກໍ່ຜົນເສຍຫາຍທາງດ້ານເສດຖະກິດໃຫ້ແກ່ທັງສອງຝ່າຍ.
ຝລັ່ງ ຍັງ​ຊັ່ງຊາ​ຕໍ່​ກໍລະນີ ອີ​ຢູ ​ແລະ ອັງກິດ ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ການ​ຄ້າ​ພາຍຫຼັງ Brexit - ảnh 1ການພົບປະເຈລະຈາຄັ້ງທໍາອິດ ກ່ຽວກັບການພົວພັນລະຫວ່າງ ອັງກິດ ແລະ ອີຢູ ພາຍຫຼັງ  Brexit ໃນວັນທີ  2/3/2020 (ພາບ: AFP/TTXVN)

        ວັນທີ 19 ມິຖຸນາ, ທ່ານນາງ Amelie de Montchalin ລັດຖະມົນຕີຮັບຜິດຊອບກ່ຽວກັບບັນດາບັນຫາເອີຣົບ ຂອງຝລັ່ງ ຍອມຮັບວ່າ ບໍ່ອາດເວັ້ນເສຍກໍລະນີບັນດາການເຈລະຈາດ້ານການຄ້າລະຫວ່າງສະຫະພາບເອີຣົບ (ອີຢູ) ແລະ ອັງກິດ ຈະສິ້ນສຸດລົງ ໂດຍບໍ່ບັນລຸຂໍ້ຕົກລົງໃດໆ ເຖິງວ່ານີ້ແມ່ນບັນຫາທີ່ເປັນປະໂຫຍດສໍາລັບ ອັງກິດ ກໍຕາມ. ທ່ານນາງ Montchalin ຖືວ່າ ຝ່າຍ ອັງກິດ ຈຶ່ງເປັນຝ່າຍຕ້ອງການຂໍ້ຕົກລົງ ເພາະວ່າປະເທດນີ້ບໍ່ອາດຍອມຮັບໃຫ້ພື້ນຖານເສດຖະກິດຂອງຕົນຕົກເຂົ້າສູ່ອາການຊອັກຄັ້ງທີ 2 ຍ້ອນວິກິດການພາຍຫຼັງໂລກລະບາດໂຄວິດ - 19.

        ໃນການພົບປະເຈລະຈາທີ່ດໍາເນີນໃນວັນທີ 18 ມິຖຸນາ ຢູ່ ລອນດອນ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ເວົ້າກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ວ່າ ບັນດາການພົບປະເຈລະຈາກ່ຽວກັບຂໍ້ຕົກລົງການຄ້າພາຍຫຼັງ Brexit ຈະບໍ່ສາມາດແກ່ຍາວໄປຮອດລະດູໃບໄມ້ຫຼົ່າ. ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ອີຢູ ປະຈໍາ ອັງກິດ  Joao Vale de Almeida ຖືວ່າ ເດືອນຕຸລາ ແມ່ນຈຸດເວລາທີ່ເໝາະສົມກວ່າເພື່ອໃຫ້ ອັງກິດ ສາມາດຫຼີກລ້ຽງໄດ້ການຖອນຕົວອອກຈາກ ອີຢູ ໂດຍບໍ່ບັນລຸໄດ້ຂໍ້ຕົກລົງ, ອັນໄດ້ກໍ່ຜົນເສຍຫາຍທາງດ້ານເສດຖະກິດໃຫ້ແກ່ທັງສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ